ສະ​ວິດ ຢັ້ງ​ຢືນ​ຄືນ​ຫຼັກ​ໝັ້ນ ບໍ່​ໜູນ​ຊ່ວຍ​​ດ້ານ​ການ​ທະ​ຫານ​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -ທ່ານປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະວິດ Alain Berest ຢັ້ງຢືນຄືນຫຼັກການເປັນກາງທີ່ສະເໝີຕົ້ນສະເໝີປາຍຂອງປະເທດນີ້, ຕາມນັ້ນແລ້ວ ຈະບໍ່ໃຫ້ການໜູນຊ່ວຍດ້ານການທະຫານໃຫ້ແກ່ບໍ່ວ່າຝ່າຍໃດໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ສະ​ວິດ ຢັ້ງ​ຢືນ​ຄືນ​ຫຼັກ​ໝັ້ນ ບໍ່​ໜູນ​ຊ່ວຍ​​ດ້ານ​ການ​ທະ​ຫານ​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ສະວິດ Alain Berset (ພາບ: AFP/TTXVN)

ໃນການພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ Berlin ເມື່ອວັນທີ 18 ເມສາ, ທ່ານປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະວິດ Alain Berest ຢັ້ງຢືນຄືນຫຼັກການເປັນກາງທີ່ສະເໝີຕົ້ນສະເໝີປາຍຂອງປະເທດນີ້, ຕາມນັ້ນແລ້ວ ຈະບໍ່ໃຫ້ການໜູນຊ່ວຍດ້ານການທະຫານໃຫ້ແກ່ບໍ່ວ່າຝ່າຍໃດໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ທ່ານກໍໄດ້ຢ້ຳວ່າ ທັດສະນະເປັນກາງນັ້ນ ບໍ່ໝາຍຄວາມວ່າ “ເມີນເສີຍ” ກັບຜົນປະໂຫຍດຂອງປະຊາຊົນ, ພ້ອມທັງໃຫ້ຮູ້ວ່າ ສະວິດ ໃຫ້ຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອມະນຸດສະທຳແກ່ ຢູແກຼນ.

        ສະວິດ ພວມຖືກກຳລັງກົດດັນຢ່າງແຮງຈາກປະຊາຄົມສາກົນ ເພື່ອອະນຸຍາດໃຫ້ບັນດາປະເທດມີອາວຸດ ໂດຍ ສະວິດຜະລິດ ສົ່ງອອກໄປຍັງ ຢູແກຼນ ຄືນໃໝ່. ແອັດສະປາຍ, ເຢຍລະມັນ ແລະ ແດນມາກ ແລະ ບາງປະເທດອື່ນ ຮຽກຮ້ອງ  ສົ່ງບັນດາອຸປະກອນການທະຫານ ໂດຍ ສະວິດ ຜະລິດ ໄປຍັງ ຢູແກຼນ. ແຕ່ໄລ່ຮອດປັດຈຸບັນ, ລັດຖະບານ ສະວິດ ຍັງຄົງຄັດຄ້ານສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ