ສະ​ວິດ ເຊື້ອ​ເຊີນ ຄະ​ນ​ະ​ຜູ້​ແທນ​ນັບ​ຮ້ອຍ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສັນ​ຕິ​ພາບ ຢູ​ແກຼນ

(VOVWORLD) -  ຖະແຫຼງການຂອງ ກະຊວງການຕ່າງປະເທດ ສະວິດ ຊີ້ແຈ້ງວ່າ ທຸກປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄວນປະກອບແນວຄວາມຄິດ ແລະ ວິໄສທັດ ເພື່ອພື້ນຖານສັນຕິພາບທີ່ມີຄວາມຍຸຕິທຳ ແລະ ຍາວນານຢູ່ ຢູແກຼນ.
ສະ​ວິດ ເຊື້ອ​ເຊີນ ຄະ​ນ​ະ​ຜູ້​ແທນ​ນັບ​ຮ້ອຍ​ຄະ​ນະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສັນ​ຕິ​ພາບ ຢູ​ແກຼນ - ảnh 1ພາບປະກອບ: IRNA/TTXVN

ວັນທີ 2 ພຶດສະພາ, ກະຊວງການຕ່າງປະເທດ ສະວິດ ໄດ້ຖະແຫຼງວ່າ ປະເທດນີ້ ໄດ້ເຊື້ອເຊີນ ກ່ວາ 160 ຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສັນຕິພາບ ຢູແກຼນ ທີ່ຈະດຳເນີນໃນວັນທີ 15 - 16 ມິຖຸນາ, ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Burgenstock, ພາກກາງ ສະວິດ. ອົງການນີ້ກໍ່ໃຫ້ຮູ້ວ່າ ປັດຈຸບັນ ລັດເຊຍຍັງບໍ່ທັນໄດ້ຮັບການເຊື້ອເຊີນ ແຕ່ ອົງການນີ້ຍາມໃດກໍ່ສະແດງຄວາມເປີດອົກເປີດໃຈໃນການເຊື້ອເຊີນ ລັດເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້. ສະວິດກໍ່ຄັດສະເໜີ ເລື່ອງ ລັດເຊຍ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ຈະບໍ່ສົນໃຈຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດນີ້. ເຖິງຢ່າງໃດກໍຕາມ, ຖະແຫຼງການຂອງກະຊວງການຕ່າງປະເທດ ສະວິດ ກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ສະວິດເຊື່ອໝັ້ນວ່າ ລັດເຊຍ ຄວນເຂົ້າຮ່ວມວິວັດທະນາການນີ້ ຍ້ອນວ່າວິວັດທະນາການສັນຕິພາບ ຢູ່ ຢູແກຼນ ບໍ່ມີລັດເຊຍ ແມ່ນ ສິ່ງທີ່ບໍ່ສາມາດປະຕິບັດໄດ້”. ຖະແຫຼງການຂອງ ກະຊວງການຕ່າງປະເທດ ສະວິດ ຊີ້ແຈ້ງວ່າ ທຸກປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ຄວນປະກອບແນວຄວາມຄິດ ແລະ ວິໄສທັດ ເພື່ອພື້ນຖານສັນຕິພາບທີ່ມີຄວາມຍຸຕິທຳ ແລະ ຍາວນານຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ