ສະຫງວນກ່ວາ 8.500 ຕື້ດົ່ງໃຫ້ແກ່ວຽກງານຮັບປະກັນຊີວິດສັງຄົມໄລຍະ 2008 - 2012

ສະຫງວນກ່ວາ 8.500 ຕື້ດົ່ງໃຫ້ແກ່ວຽກງານຮັບປະກັນຊີວິດສັງຄົມໄລຍະ 2008 - 2012 - ảnh 1
 ທ່ານ ບຸ່ຍ​ວັນ​ເກື່ອງ, ​ເລຂາ​ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 19/7, ຢູ່ ຮ່າ​ໂນ້ຍ, ອົງຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ  5 ປີ​ແຫ່ງ​ການ​ປະຕິບັດ​ວຽກງານຮັບປະກັນ​ຊີວິດ​ສັງຄົມ ​ແລະ ມະຕິ 30a ຂອງ​ລັດຖະບານ​ກ່ຽວ​ກັບ​ໂຄງການ​ໜູນ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່62 ​​ເມືອງ​ທຸກ​ຍາກ​ຢ່າງວ່ອງໄວ ​ແລະ ໝັ້ນຄົງ​ໄລຍະ 2008 – 2012. ​ໃນ​ໄລຍະ 5 ປີ (2008 - 2012), ບັນດາ​ກຸ່ມ​ບໍລິສັດ, ​ບໍລິສັດໃຫຍ່, ທະນາຄານ​ໃນ​ກຸ່ມ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ, ອຸປະຖ​ຳວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 8.500 ຕື້​ດົ່ງ​ເພື່ອປະຕິບັດ​ບັນ​ດາ​ໂຄງການ​ຄື: ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ສາຍ​ໃຈ​ຊາຍ​ແດນ ໝູ່​ເກາະ, ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ຂອງ​ຄົນ​ທຸກ​ຍາກ, ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ, ພະຍຸ​, ນ້ຳ​ຖ້ວມ.​.​.​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ບຸ່ຍ​ວັນ​ເກື່ອງ, ​ເລຂາ​ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ ສູນ​ກາງຢືນຢັນ​ວ່າ:

        “ບັນດາ​ວິ​ສາ​ຫະກິດ, ທະນາຄານ​​ໃນ​ກຸ່ມ​ເປັນ​ເຈົ້າ​ການ​ນຳ​ໜ້າ​ໃນ​ການ​ປະຕິບັ​ດໂຄງການຕ່າງໆ, ເຮັດໜ້າທີ່ສັງຄົມ​ເປັນ​ຢ່າງ​ດີ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ພັກ​, ລັດຖະບານ​ໃນ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ ​ແລະ ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍການປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບກາ​ນໜູນ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງວ່ອງໄວ ​ແລະ ໝັ້ນຄົງ​ສຳລັບ​ບັນດາ​ເມືອງ​ທຸກ​ຍາກ​ຂ​ອງທົ່ວ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.”

        ທີ່​ກ​ອງປະຊຸມ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​, ທະນາຄານ​ໃນ​ກຸ່ມ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍເງິນ​ກ່ວາ 3.100 ຕື້​ດົ່ງ​ໃຫ້​ແກ່​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ປະຕິບັດ​ມະຕິ 30a ​ໃນ​ປີ 2013.

 

 

ຂ່າວ/ບົດ​ອື່ນ