ສະ​ຫງ່າ​ອົງ​ອາດ ​ດ້ຽນບຽນ​ຝູ - ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ບໍ່​ມີ​ວັນສິ້ນ​ສຸດ

(VOVWORLD) - ຄາດວ່າຈະມີ 169 ລາຍການ, ເຫດການໂດຍ ແຂວງດ້ຽນບຽນ, ບັນດາກະຊວງ, ຂະແໜງການ ແລະ 33 ທ້ອງຖິ່ນໃນທົ່ວປະເທດ ຈັດຂຶ້ນ ເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024. 
ສະ​ຫງ່າ​ອົງ​ອາດ ​ດ້ຽນບຽນ​ຝູ - ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ບໍ່​ມີ​ວັນສິ້ນ​ສຸດ - ảnh 1ພາບປະກອບ: VOV

ປີ ທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ດ້ວຍຫົວຂໍ້ “ສະຫງ່າອົງອາດ ດ້ຽນບຽນຝູ - ການລົງພຶດຕິກຳຕົງຈິງບໍ່ມີວັນ ສິ້ນສຸດ”. ນີ້ແມ່ນເຫດການວັດທະນະທຳ - ເສດຖະກິດ - ສັງຄົມທີ່ພົ້ນເດັ່ນ ມີຂອບຂະໜາດທົ່ວໂລກ ແລະ ລະດັບສາກົນ, ຕິດພັນກັບການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 - 2024).

ຄາດວ່າຈະມີ 169 ລາຍການ, ເຫດການໂດຍ ແຂວງດ້ຽນບຽນ, ບັນດາກະຊວງ, ຂະແໜງການ ແລະ 33 ທ້ອງຖິ່ນໃນທົ່ວປະເທດ ຈັດຂຶ້ນ ເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024. ນີ້ແມ່ນໂອກາດໃຫຍ່ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ ການທ່ອງທ່ຽວດ້ຽນບຽນ ເວົ້າສະເພາະ ແລະ ເຂດໄຕບັກ ເວົ້າລວມ. ທ່ານນາງ ຫງວຽນທິແທັງຈຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ດ້ຽນບຽນໃຫ້ຮູ້ວ່າ:

ໃນບັນດາການເຄື່ອນໄຫວຂອງປີ ທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ ແລະ ວັນບຸນດອກສ້ຽວປ່າ ປີນີ້, ພວກຂ້າພະເຈົ້າຈະຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ. ສຳລັບບັນຍາກາດວັດທະນະທຳ ເຂດພູສູງ, ຂ້າພະເຈົ້າຈະຈັດບັນດາບັນຍາກາດທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທ, ເຜົ່າມົ້ງ, ເຜົ່າຂະມຸ,  ເຜົ່າລາວ… ເພື່ອວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານອາຊີບ, ມູນເຊື້ອອາຊີບຊອງພໍ່ແມ່ປະຊາຊົນບັນດາເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ