ສະຫຼຸບ 1 ປີ ແຫ່ງ​ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊີ້​ນຳການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປະ​ກົດ​ການ​ຫຍໍ້​ທໍ້

(VOVWORLD) - ໝາກຜົນການເຄື່ອນໄຫວຂອງຄະນະຊີ້ນຳພາຍຫຼັງ 1 ປີ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງການຫັນປ່ຽນທີ່ນັບມື້ນັບເຫັນໄດ້ຊັດໃນວຽກງານປ້ອງັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ທ້ອງຖິ່ນ, ໂດຍສະເພາະແມ່ນໃນການກວດພົບ, ແກ້ໄຂໄພສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.
ສະຫຼຸບ 1 ປີ ແຫ່ງ​ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊີ້​ນຳການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ປະ​ກົດ​ການ​ຫຍໍ້​ທໍ້ - ảnh 1 ກອງປະຊຸມທາງໄກ ທົ່ວປະເທດ ສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ (ພາບ: VOV)

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທາງໄກ ທົ່ວປະເທດ ສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

        ກອງປະຊຸມດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຕີລາຄາສະພາບການ, ໝາກຜົນຂອງການສ້າງຕັ້ງ ແລະ ຜັນຂະຫຍາຍປະຕິບັດພັນທະ, ໜ້າທີ່, ສິດອຳນາດຂອງຄະນະຊີ້ນຳຂັ້ນແຂວງ; ປຶກສາຫາລື, ແນະນຳວິຊາສະເພາະ, ແບ່ງປັນບົດຮຽນ, ປະສົບການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວິວັດການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ; ກຳນົດໜ້າທີ່, ມາດຕະການຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ, ປະກອບສ່ວນສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ຢ່າງມີໄຊ.

        ໝາກຜົນການເຄື່ອນໄຫວຂອງຄະນະຊີ້ນຳພາຍຫຼັງ 1 ປີ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງການຫັນປ່ຽນທີ່ນັບມື້ນັບເຫັນໄດ້ຊັດໃນວຽກງານປ້ອງັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢູ່ທ້ອງຖິ່ນ, ໂດຍສະເພາະແມ່ນໃນການກວດພົບ, ແກ້ໄຂໄພສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ