ສະຫຼຸບ 10 ປີແຫ່ງ ການປັບປຸງເຄືອຂ່າຍສາທາລະນະສຸກ ຂັ້ນຮາກຖານ

ສະຫຼຸບ 10 ປີແຫ່ງ ການປັບປຸງເຄືອຂ່າຍສາທາລະນະສຸກ ຂັ້ນຮາກຖານ - ảnh 1
( ພາບປະກອບ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 30/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ກ່ຽວ​ກັບການປັບປຸງ ​ແລະ ສ້າງສຳ​ເລັດ​ເຄືອຂ່າ​ຍສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Dinh The Huynh ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວ​ນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ສະ​ເໜີ​ໃຫ້​ຂະ​ແໜງ​ສາທາລະນະ​ສຸ​ກຄວນ​ຄົ້ນຄວ້າ, ສະ​ເໜີ​ຮູບ​ແບບການ​ຈັດ​ຕັ້ງ​ເຄືອຂ່າ​ຍສາທາລະນະ​ສຸກ​ຂັ້ນຮາກ​ຖານ ຕາມ​ຈິດ​ໃຈ​ສຸມ​ໃສ່, ​ເພີ່ມ​ທະວີ​ປະສິດທິ​ຜົນ​ແຫຼ່ງກຳລັງ, ສ້າງ​ກຳລັງ​​ແຮງ​ສົ່ງ​ເສີມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ​ຢູ່​ຂັ້ນ​ຮາກ​ຖານ ​ເພື່ອ​ສ້າງ​ກາລະ​ໂອກາດ​ໃຫ​​້​ແກ່​ປະຊາຊົນ​ໄດ້​ຍົກ​ສູງ​ສຸຂະພາບ. ທ່ານ Dinh The Huynh, ຫົວ​ນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຊີ້​ແຈ້ງວ່າ.

  “ ​ເຄືອຂ່າ​ຍສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ​ແມ່ນລະບົບ​ການ​ແພດ​​​ໃກ້ຊິດ​ກັບ​ປະຊາຊົນ​ທີ່​ສຸດ, ຮັບປະກັນ​ໃຫ້​ແກ່​ປະຊາຊົນ​ໄດ້​ຮັບ​ການ​​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​​ໂດຍພື້ນຖານ​ດ້ວຍ​ຄ່າ​ໃຊ້​ຈາ​ຍຕໍ່າ, ປະກອບສ່ວນ​ຢ່າງ​​ແທດ​ຈິງ​ເຂົ້າ​ໃນ​ຄວາມ​ຍຸດຕິ​ທຳ​ໃນ​ການ​​ຮັກສາ​ສຸຂະພາບ ​ແລະ ຮັບປະກັນຊີວິດ​ສັງຄົມ. ອາດ​ເວົ້າ​ໄດ້​ວ່າ ​ເຄືອຂ່າ​ຍສະ​ທາ​ລະນະ​ສຸກ​ແມ່ນ​ພື້ນຖານ​ຂອງ​ພາລະກິດ​​ຮັກສາ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ, ​ແມ່ນກະດູກ​ສັນຫຼັງຂອງ​ພື້ນຖານ​ສາທາລະນະ​ສຸກ​ຂອງ​ປະ​ເທດ. ປັບປຸງ​ເຄື່ອຂ່າຍສາທາລະນະ​ສຸກ ບໍ່​ພຽງ​ແຕ່​ຫຼຸດຜ່ອນການ​ແບກ​ຫາບ​ຂອງ​ລະບົບ​ໂຮງໝໍ​ສູນ​ກາງ​ເທົ່າ​ນັ້ນ, ຫາກ​ຍັງ​​ເບິ່ງ​ແຍງ​ດູ​ແລ, ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ ​ໂດຍທົ່ວໄປ ​ເຊິ່ງ​ແມ່ນ​ຜູ້​ທຸກ​ຍາກ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ