ສະຫຼຸບ 5 ປີ​ແຫ່ງການ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ການ​ຄ້າ ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼ​ີກ ແລະ ​ເຂດທະ​ເລ, ໝູ່​ເກາະ

(VOVWORLD) -ວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ ໂຄງການພັດທະນາການຄ້າ ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ (ໂຄງການ 964) ໄລຍະປີ 2015 – 2020. 
ສະຫຼຸບ 5 ປີ​ແຫ່ງການ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ການ​ຄ້າ ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼ​ີກ ແລະ ​ເຂດທະ​ເລ, ໝູ່​ເກາະ - ảnh 1ການຜະລິດກະສິກຳຢູ່ເຂດພູດອຍນັບມື້ນັບພັດທະນາ (ພາບ: thuonghieusanpham.vn

ໂຄງການໄດ້ຮັບການອະນຸມັດຜ່ານຈາກທ່ານນາຍົກລັດຖະມົນຕີໃນປີ 2015 ແລະ ມອບໝາຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າປະຕິບັດຢູ່ 287 ເມືອງທີ່ມີເງື່ອນໄຂເສດຖະກິດ - ສັງຄົມທີ່ຫຍຸ້ງຍາກ ແລະ ຫຍຸ້ງຍາກເປັນພິເສດ ຂຶ້ນກັບ 48 ແຂວງ, ນະຄອນເຂດພູດອຍ, ເຂດຫ່າງໄກສອກຫຼີກ, ແລະ ເຂດທະເລ, ໝູ່ເກາະ, ດ້ວຍຍອດງົບປະມານແມ່ນ 446 ຕື້ດົງທີ່ໄດ້ລະດົມຈາກງົບປະມານສູນກາງ, ທ້ອງຖິ່ນ ແລະ ບັນດາແຫຼ່ງເງິນທຶນໜູນຊ່ວຍທີ່ຖືກຕ້ອງກັບກົດໝາຍຕ່າງໆ. ທ່ານ ຫງວຽນວັນໂຫ້ຍ, ຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ, ນະໂຍບາຍອຸດສາຫະກຳ - ການຄ້າ, ຂຶ້ນກັບກະຊວງອຸດສາຫະກຳ - ການຄ້າຫວຽດນາມ, ເນັ້ນໜັກວ່າ:

        ໂຄງການ 964 ເຖິງວ່າແຫຼ່ງເງິນທຶນທີ່ໄດ້ຮັບຈາກງົບປະມານຂອງລັດໃນແຕ່ລະປີບໍ່ຫຼາຍປານໃດກໍ່ຕາມ ແຕ່ ດ້ວຍການໜູນຊ່ວຍຂອງບັນດາແຫຼ່ງກຳລັງ, ໂຄງການຕ່າງໆ ໄດ້ສ້າງຫຼາຍລາຍການໂປຼໂມຊັ່ນຂອງບັນດາປະເພດສິນຄ້າທີ່ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດາປະເພດສິນຄ້າທີ່ມີຕົ້ນກຳເນີດຢ່າງຈະແຈ້ງ ເຊິ່ງມາຈາກບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ເຂດພູດອຍ, ຫ່າງໄກສອກຫຼີກ. ເຖິງວ່າປະລິມານຍັງບໍ່ທັນຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດກໍ່ຕາມ, ແຕ່ບັນດາປະເພດສິນຄ້ານີ້ກໍ່ໄດ້ມີການພັດທະນາຢ່າງແທ້ຈິງ, ສ້າງເປັນລະບົບຈຳໜ່າຍແຕ່ ເຂດພູດອຍ, ຫ່າງໄກສອກຫຼີກ ແລະ ເຂດຊາຍແດນ, ທະເລ,ໝູ່ເກາະລົງຮອດຕະຫຼາດໃນທົ່ວປະເທດ.

ໃນ 5 ປີທີ່ຜ່ານມາ, ໂຄງການສາມາດບັນລຸໄດ້ຜົນງານໃດໜຶ່ງໃນການຮັດແຄບຊ່ອງຫວ່າງບັນດາເຂດ, ພາກພື້ນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງລາຍຮັບໃຫ້ປະຊາຊົນ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພິເສດແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດທີ່ມີຕໍ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ