ສະຫຼຸບ ”ສັບປະດາຕອບສະໜອງ ການຮໍ່າຮຽນຕະຫຼອດຊີວິດ”

ສະຫຼຸບ ”ສັບປະດາຕອບສະໜອງ ການຮໍ່າຮຽນຕະຫຼອດຊີວິດ”  - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/10, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ ”ສັບປະດາ​ຕອບ​ສະໜອງ​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ” ​ແຕ່​ວັນ​ທີ 1-7/10. ​ໃນ​ສັບປະດາ​ນີ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງ​ໝູ່ປະຊາຊົນ​ທຸກ​ຊັ້ນ​ວັນນະຄື: ງານ​ວາງສະ​ແດງ ”ຮູບ​ພາບ​ປະທານ ​ໂຮ່ຈີ​ມິນ ​ກັບ​ການ​ຮໍ່າຮຽນ​ຕະຫຼອດ​ຊີ​ວິດ”, ​ໂຄສະນາ​ກ່ຽວ​ກັບ ”ສັບປະດາ​ຕອບ​ສະໜອງ​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ”, ຈັດ​ຕັ້ງ​ການ​ສຳ​ມະ​ນາ ”ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສູນ​ຮໍ່າຮຽນ​ປະຊາ​ຄົມ ​ແລະ ສ້າງ​ຄອບຄົວ​ມັກ​ຮຽນ”, ​ແນະນຳ​ປັດ​ໃຈ ​ແລະ ຮູບ​ແບບ​ໃໝ່​ກ່ຽວ​ກັບ​ການ​ຮຳ່ຮຽນ… ”ສັບປະດາ​ຕອບ​ສະໜອງ​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ” ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ທຸກ​ຄົນ​ກ່ຽວ​ກັບ​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ ​ແລະ ສ້າງ​ສັງຄົມ​ຮໍ່າຮຽນ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ຮາກ​ຖານ​ການ​ສຶກສາ ​ແລະ ອອກ​ແບບ​ການ​ສຶກສານ​ອກ​ໂຮງຮຽນ ຕອບ​ສະໜອງ​ຄວາມ​ຕ້ອງການ​ຮໍ່າຮຽນ​ຕະຫຼອດ​ຊີວິດ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ກໍ່ສ້າງ​ນະຄອນ ​ໂຮ່ຈີ​ມິນ​ໃຫ້​ກາຍ​ເປັນ ”ນະຄອນ​​ແຫ່ງ​ການ​ຮໍ່າຮຽນ” ​ເທື່ອ​ລະ​ກ້າວ.

 

ຂ່າວ/ບົດ​ອື່ນ