ສະຫຼຸບ2ປີແຫ່ງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່

ສະຫຼຸບ2ປີແຫ່ງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ - ảnh 1
ກອງປະຊຸມສະຫຼຸບ 2 ປີແຫ່ງການສ້າງໂຄງປະກອບ
ຂະແໜງກະສິກຳຄືນໃໝ່
(ພາບ: nongnghiep.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 12/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສະຫຼຸບ 2 ປີ​ແຫ່ງ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່. ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຫົວໜ້າ​ຄະນະ​ຊີ້​ນຳ​ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກິ​ສິກຳ​ຄືນ​ໃໝ່, ຊີ້​ແຈ້ງວ່າ, ການ​ສ້າງ​ຄົງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະກອບ​ຂອງ​ທັງ​ພື້ນຖານ​ເສດຖະກິດ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ຖື​ວ່າ:

“​ເພື່ອ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ຍົກ​ສູງ​ຄວາມ​ຮູ້​ໃນ​ບັນດາ​ອົງການ​ມີ​ຄວາມ​ຮັບຜິດຊອບ ກໍ່​ຄື​ຊາວ​ກະສິກອນ ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຊຸດ ​ແລະ ຂ້ຽວຂາດ. ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ໝວດ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ໝວດ​ມາດ​ຕະການ​ສຳຄັນ​ທີ່​ສຸດ ນັ້ນ​ແມ່ນ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດຫຼາຍ​ກວ່າ, ຈັດ​ຕັ້ງ​ສະຫະກອນ ​ແລະ ບັນດາ​ຮູບ​ການ​ຮ່ວມ​ສຳພັນ​ຄືນ​ໃໝ່​ຕາມ​ລະບົບ​ຄຸນຄ່າ“.

ພາຍຫຼັງ 2 ປີ​ ແຫ່ງ​ການຜັນ​ຂະຫຍາຍ “​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ປະກາດ​ໃຊ້ 6 ​ແຜນ​ຮ່າງ​ນ້ອຍ​ໃນ​ຂົງ​ເຂດ​ປູກຝັງ, ລ້ຽງສັດ, ປ່າ​ໄມ້, ສິນ​ໃນ​ນຳ້, ຊົນລະປະທານ ​ແລະ ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນຳ້ ​ແລະ ​ເກືອ.

ຂ່າວ/ບົດ​ອື່ນ