ສະຫຼຸບການເຄື່ອນໄຫວຂອງກຳມາທິການກ່ຽວກັບບັນດາບັນຫາສັງຄົມອາຍຸການຂອງສະພາແຫ່ງຊາດຊຸດທີ13

ສະຫຼຸບການເຄື່ອນໄຫວຂອງກຳມາທິການກ່ຽວກັບບັນດາບັນຫາສັງຄົມອາຍຸການຂອງສະພາແຫ່ງຊາດຊຸດທີ13 - ảnh 1
ສະຫຼຸບການເຄື່ອນໄຫວຂອງກຳມາທິການກ່ຽວກັບບັນດາ
ບັນຫາສັງຄົມອາຍຸການຂອງສະພາແຫ່ງຊາດຊຸດທີ13
(ພາບ: TTXVN)

(vovworld) – ຕອນບ່າຍ​ວັນ​ທ​ີ 28 ມີ​ນາ, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ກຳ​ມາ​ທິ​ການ ກ່ຽວ​ກັບ ບັນ​ດາ​ບັນ​ຫາ​ສັງ​ຄົມ ຂອງ​ສະ​ພາ​ແຫ່ງ​ຊາດ ຈັດ​ຕັ້ງ​ວາ​ລະ​ກອງ​ປ​ະ​ຊຸມ ຄັ້ງ​ທີ 15 ສະຫຼຸບ​ຜົນ​ການ​ເຄື່ອນ​ໄຫວ ຂອງ​ກຳ​ມາ​ທິ​ການ​ອາ​ຍຸ​ການ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ບົດລາຍ​ງານ​ສະຫຼຸບ​ໃຫ້ເຫັນວ່າ​ ໃນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ກຳ​ມາ​ທິ​ການ ກ່ຽວ​ກັບ ບັນ​ດາ​ບັນ​ຫາ​ສັງ​ຄົມ ໄດ້​ປະ​ຕິ​ບັດ​​ວຽກ​ງານສຳ​ຄັນ​ຫຼາຍ​​ຢ່າງ​ໃນ​ທຸກ​ຂົງ​ເຂດ, ​ເຮັດສຳ​ເລັດ​​ພາ​ລະໜ້າ​ທີ່, ຄວາມ​ຮັບ​ຜິດ​ຊອບ ຕາມ​ຂໍ້​ກຳ​ນົດ​ກົດ​ໝາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດທິ​ຜົນ​ການ​ເຄື່ອ​ນ​ໄຫວ​ ຂອງກຳ​ມາ​ທິ​ການ​​ສະ​ພາ​ແຫ່ງ​ຊາດ. ກຳ​ມາ​ທິ​ການ​ໄດ້​​ເຂົ້າ​ຮ່ວມ ການ​ສະຫຼຸບຜົນ​ການ​ປະ​ຕິ​ບັດ ລັດ​ຖະ​ທຳ​ມະ​ນູນ 1992 ​ຢ່າງຕັ້ງ​ໜ້າ, ປະ​ກອບ​ຄຳ​ເຫ​ັນ​ໃສ່​ຮ່າງ​ ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ປັບ​ປຸງ ​ລັດ​ຖະ​ທຳ​ມະ​ນູນ ປີ 1992 ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ໃໝ່. ກ່ຽວ​ກັບ​​ພື້ນ​ຖານ, ບັນ​ດາ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ, ມະ​ຕິ​ຕົກ​ລົງ​ ທີ່​ຂື້ນ​ກັບ​ກຳ​ມາ​ທິ​ການ ເປັນ​ປະ​ທານ​ສຳຫຼວດກວດ​ກາ ຮັບ​ປະ​ກັນ​ຖືກ​ຕາມ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຖະ​ທຳ​ມະ​ນູນ ​ປີ 2013, ຕອບ​ສະ​ໜອງ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ, ໃກ້​ຊິດຕິດແທດ​ກັບ​ພຶດ​ຕິກຳ​ຕົວ​ຈິງ​ໃນການ​ດຳ​ລົງ​ຊີ​ວິດ​ການ​ເປັ​ນ​ຢູ່; ຮັບ​ປະ​ກັນ​​ຄວາມເອ​ກະ​ພາບ, ຄົບ​ຊຸດ​ໃນ​ລະ​ບົບ​ກົດ​ໝາຍ, ​ເໝາະ​ສົມ​ກັບສົນ​ທິ​ສັນ​ຍາ​ສາ​ກົນ ທີ່​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ. ສຳ​ລັບ​ການ​ເຄື່ອນ​​ໄຫວຕິດ​ຕາມກວດ​ກາ, ກຳ​ມາ​ທິ​ການ​ໄດ້​ເປັນ​ປ​ະ​ທານ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ, ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ຕິ​ບັດ​​ການຕິດ​ຕາມ​ກວດ​ກາສູງ​ສຸດ ການ​ປະຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ສັງ​ຄົມ. ຈາກ​ຜົນ​ການເຄື່ອນ​ໄຫວ​ສ້າງກົດ​ໝາຍ ແລະ ​ຕິດ​ຕາມກວດ​ກາ, ອາ​ຍຸ​ການ​ຜ່ານ​ມາ, ກຳ​ມາ​ທິ​ການ​ໄດ້​ປະ​ກອບ​ສ່ວນ ​ສ້າງ​​ບັນ​ດານະ​ໂຍ​ບາຍທີ່​ສຳ​ຄັນ ​ກ່ຽວ​ກັບ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ​ການ​ໜູນ​ຊ່ວຍ​ສັງ​ຄົມ, ເບິ່ງ​ແຍງ​ສຸ​ຂະ​ພາບ, ພົນ​ລະ​ເມືອງ, ນະ​ໂຍ​ບາຍພິ​ເສດ​ໃຫ້​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ແລະ ນະ​ໂຍ​ບາຍຊຸກ​ຍູ້​​ຄວາມ​ສະ​ເໝີ​ພາບລະ​ຫວ່າງຍິງ​ຊາຍ

ຂ່າວ/ບົດ​ອື່ນ