ສະຫຼຸບວຽກງານຂະແໜງແຮງງານ-ທະຫານເສຍອົງຄະແລະສັງຄົມໄລຍະ2011-2015

ສະຫຼຸບວຽກງານຂະແໜງແຮງງານ-ທະຫານເສຍອົງຄະແລະສັງຄົມໄລຍະ2011-2015 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: dantri.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ກະຊວງແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະ​ສັງຄົມຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຂອງ​ຂະ​ແໜງ​ໄລຍະ 2011-2015 ​ແລະ ທິດ​ທາງ, ໜ້າ​ທີ່ ​ໄລຍະ 2016-2020 ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງ ກະຊວງແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະ​ສັງຄົມ ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ແຈ້ງ​ວ່າ, ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສະມັດ​ຕະພາບ​ແຮງ​ງານ, ສະພາບ​ການ​ວ່າງ​ງານ​ຂອງ​ນັກ​ສຶກສາ… ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ຂອງ ກະຊວງແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະ​ສັງຄົມ​ເທົ່າ​ນັ້ນ ​ແລະ ບໍ່​ສາມາດ​ແກ້​ໄຂ​ໃນ​ໄລຍະ​ເວລາ​ສັ້ນໆ​ໄດ້. ຍ້ອນ​ເຫດ​ນັ້ນ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ປອດ​ໄສ, ​​ແລະ​ຄຸນ​ນະພາ​ບການ​ກໍ່ສ້າງ​ວິຊາ​ຊີບ​ນັບ​ມື້​ນັບ​ດີກ​ວ່າ.

ຜ່ານ​ການ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ກໍ່​ເຫັນ​ວ່າ ຍັງ​ມີ​ຫຼາຍ​ຄົນ​ບໍ່​ທັນ​ໄດ້​ຊົມ​ໄຊ້ບັນດາ​ນະ​ໂຍບາຍ​ພິ​ເສດ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ໂດຍ​ໄວ. ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ, ນີ້​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ. ກະຊວງແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະ​ສັງຄົມ ​ໄດ້​ມີ​ບາດກ້າວ​ທີ່​ຖືກຕ້ອງ​ໃນ​ການ​ຫັນປ່ຽນ​ວິທີ​ວັດ​ແທກ​ຄວາມທຸກ​ຍາກ; ມີ​ທິດ​ທາງ, ນະ​ໂຍບາຍ​ທີ່​ດີ, ​ແຕ່​ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ຊີ້​ນຳ​ການ​ປະຕິບັດ​ຄື​ແນວ​ໃດ ​ເພື່ອ​ໃຫ້​ວຽກ​ງານ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ