ສະຫຼຸບວຽກງານຖະແຫຼງ ຂ່າວຕໍ່ຕ່າງປະເທດປີ 2011

ສະຫຼຸບວຽກງານຖະແຫຼງ ຂ່າວຕໍ່ຕ່າງປະເທດປີ 2011 - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດປີ 2011
( ພາບ: tuyengiao.vn )


( vovworld ) – ​ ວັນ​ທີ 3/4, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ​ໄດ້​ໄຂ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດ, ​ໂຄສະນາ​ທະ​ເລ, ​​ໝູ່ເກາ​ະ ​ແລະ ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011; ຜັນ​ຂະ​ຫຍາ​ຍໜ້າ​ທີປີ 2012. ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານອະດີດ​ນາຍົກລັດຖະມົນຕີ Pham Gia Khiem ​ໄດ້​ຖື​ວ່າ; ປີ 2011 ສະພາບ​ການໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ໄດ້​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ​ແຕ່, ບັນດາ​ການ​ເຄື່​ອນ​ໄຫວ​ທາງ​ຖະ​ແຫຼງຂ່າວ​ຕໍ່ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ໝູ່ເກາະ ​ແລະ ວຽກ​ງານປັກ​ລັກ​ໝາຍຊາຍ​ແດນ​ບັນລຸ​​ໄດ້ບັນດາ​ຜົນງານ​ທີ່​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ໂຄສະ​ນາ​ແຜນ​ນະ​ໂຍບາຍ, ​ແນວ​ທາງ, ນະ​​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຢ່າງ​ຕັ້ງໜ້າ​, ​ໂຄສະນາ​ພາບ​ພົດ​ຂອງ​ປ​ະ​ເທດ​ຊາດ, ວັດທະນະ​ທຳ ​ແລະ ຊາວ​ຫວຽດນາມ; ຕໍ່ສູ້​ປະຕິ​ເສດ​ບັນດາ​ຂໍ້​ມູນຂ່າວສານ​ທີ່​ຜິດພາດ, ​ເສກ​ສັນ​ປັ້ນ​ແຕ່ງຂອງ​ກຳລັງ​ປໍ​ລະ​ປັກ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ອິດທິພົນ​ຊື່​ສຽງ, ທີ່​ຕັ້ງ​ບົດ​ບາດຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ, ​ເພີ່ມ​ທະວີ​ຄວາມເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​​ໂລກ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ອະດີ​ດນາຍົກລັດຖະມົນຕີ Pham Gia Khiem ​ຊີ້​ແຈງວ່າ.

“ ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງປະ​ເທດ​ຕ້ອງ​ຕິດ​ພັນ​ກັບ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຢູ່ພາຍ​ໃນປະ​ເທດ ​ແລະ ຂ່າວ​ຈາກຕ່າງປະ​ເທດ, ຕິດ​ພັນກັບ​ບັນດາ​ທັດສະນະ​ຂອງ​ພັກກ່ຽວ​ກັບ​ວຽກງານ​ໂຄສະນາ​ອົບ​ຮົມ​ເວົ້າ​ລວມ. ກອງ​ປະຊຸ​ມຄັ້ງ​ນີ້​​ໄດ້​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ໝູ່ເກາະ ​ແລະ ວຽກ​ງານນປັກ​ລັດ​ໝາຍຊາຍ​ແດນ. ​ເພາະ​ສະ​ນັ້ນ, ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​​ໃຫ້ນັກ​ຂ່າວ, ບັນດາ​ຜູ້​ເຮັດ​ວຽກງານ​ພົວພັນ​ຕ່າງປະ​ເທດ, ວຽກ​ງານປ້ອງ​ກັນຄວາມ​ສະຫງົບ​ພ້ອມ​ກັນ​ແບ່ງປັນ​ບົດຮຽນ ​ເພື່ອ​​ເສີມ​ຂະຫຍາຍບັນດາ​ດ້ານ​ດີ, ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ທິດ​ທາງ, ວິທີ​ແກ້​ໄຂ​ຂໍ້​ມູນ​ຂ່າວສານ ​ເພື່ອ​ສົມທົບ​ກັນ​ໂຄສະນາ​ຢ່າງ​ເປັນ​ເອກະ​ພາບ, ຄົບ​ຊຸດ ເພື່ອ​ບັນລຸ​​ໄດ້ໝາກຜົນດີ​ທີ​ສຸດ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕໍ່ຕ່າງ​ປະ​ເທດ ​ແລະ ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ໝູ່ເກາະ ​ແລະ ວຽກ​ງານປັກ​ລັກໝາຍຊາຍ​ແດນ​ໃນ​ໄລຍະ​ທີ​ຈະ​ມາ​ເຖິງ​  ”.

ຂ່າວ/ບົດ​ອື່ນ