ສະຫຼຸບວຽກງານຮັບປະກັນຄວາມສະຫງົບປອດໄພຮັບໃຊ້ກອງປະຊຸມສຸດຍອດ ອາເມລິກາ - ສປປ

(VOVWORLD) -ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຮັບປະກັນຄວາມສະຫງົບປອດໄພຮັບໃຊ້ກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານປະທານ ສປປ.ເກົາຫຼີ Kim Jong-un;
ສະຫຼຸບວຽກງານຮັບປະກັນຄວາມສະຫງົບປອດໄພຮັບໃຊ້ກອງປະຊຸມສຸດຍອດ ອາເມລິກາ - ສປປ - ảnh 1 ມອບໃບຍ້ອງຍໍຂອງກະຊວງຕໍາຫຼວດຫວຽດນາມໃຫ້ 33 ໝູ່ຄະນະ ແລະ ສ່ວນບຸກຄົນ 55 ຄົນ ທີ່ມີຜົນງານດີເດັ່ນໃນເຫດການດັ່ງກ່າວ

ວັນທີ 5 ມີນາ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຮັບປະກັນຄວາມສະຫງົບປອດໄພຮັບໃຊ້ກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານປະທານ ສປປ.ເກົາຫຼີ Kim Jong-un; ມອບໃບຍ້ອງຍໍຂອງກະຊວງຕໍາຫຼວດຫວຽດນາມໃຫ້ 33 ໝູ່ຄະນະ ແລະ ສ່ວນບຸກຄົນ 55 ຄົນ ທີ່ມີຜົນງານດີເດັ່ນໃນເຫດການດັ່ງກ່າວ, ປະກອບສ່ວນເຂົ້າໃນການປ້ອງກັນຄວາມສະຫງົບປອດໄພແຫ່ງຊາດ, ສັງຄົມໄດ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ.    

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຢັ້ງຢືນວ່າ, ກອງປະຊຸມສຸດຍອດ ຄັ້ງທີ 2  ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານ ສປປ.ເກົາຫຼີ Kim Jong-un ຖືກດໍາເນີນໃນສະພາບການໂລກ ແລະ ພາກພື້ນຍັງມີປັດໄຈສັບສົນຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ. ເຖິງວ່າກະກຽມໃນໄລຍະເວລາສັ້ນໆ ແລະ ຄວາມຮຽກຮ້ອງສໍາລັບວຽກງານຮັບປະກັນຄວາມສະຫງົບປອດໄພແມ່ນໜັກໜ່ວງທີ່ສຸດ ແລະ ຮຽກຮ້ອງຕ້ອງຜັນຂະຫຍາຍໃນວົງກວ້າງກໍຕາມ ແຕ່ກໍາລັງຕໍາຫຼວດໄດ້ມານະພະຍາຍາມຢ່າງກະໂດດຂັ້ນ, ປະຕິບັດໜ້າທີ່ຂອງພັກ, ລັດ ມອບໝາຍເປັນຢ່າງດີ ອັນໄດ້ສະແດງໃຫ້ເຫັນນໍ້າໃຈຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ຍົກສູງນໍ້າໃຈຄວາມຮັບຜິດຊອບ, ສະຕິການຈັດຕັ້ງຕາມລະບຽບວິໄນ, ມີຄວາມມານະພະຍາຍາມຢ່າງສູງໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຕັດສິນໃຈປະຕິບັດໜ້າທີ່ຢ່າງສໍາເລັດຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ