ສະຫຼຸ​ບໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​ ລາວ ຫຼັງ​ໃໝ່​

(VOVWORLD) -ພາຍຫຼັງການກໍ່ສ້າງມາເປັນເວລາ 38 ເດືອນ, ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງສຳເລັດຢ່າງຖືກຕ້ອງຕາມມາດຕະຖານຂອງການອອກແບບ, ຄວາມຕ້ອງການໃນການນຳໃຊ້, ຄຸນນະພາບ, ຄວາມປອດໄພ.
ສະຫຼຸ​ບໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ​ ລາວ ຫຼັງ​ໃໝ່​ - ảnh 1ຫໍສະພາແຫ່ງຊາດ ລາວຫຼັງໃໝ່ (ພາບ: ກະຊວງກໍສ້າງ ຫວຽດນາມ)

ຕອນບ່າຍວັນທີ 8 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການສະຫຼຸບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ. ນີ້ແມ່ນໂຄງການໂດຍກະຊວງກໍ່ສ້າງ ຫວຽດນາມ ເປັນເຈົ້າຂອງລົງທຶນ, ແມ່ທັບນ້ອຍ 11 ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ແມ່ນ ຜູ້ຮັບເໝົາການກໍ່ສ້າງ

ພາຍຫຼັງການກໍ່ສ້າງມາເປັນເວລາ 38 ເດືອນ, ໂຄງການຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງສຳເລັດຢ່າງຖືກຕ້ອງຕາມມາດຕະຖານຂອງການອອກແບບ, ຄວາມຕ້ອງການໃນການນຳໃຊ້, ຄຸນນະພາບ, ຄວາມປອດໄພ. ໂດຍໄດ້ຮັບກໍ່ສ້າງບົນພື້ນທີ່ດິນຂອງຫໍສະພາແຫ່ງຊາດຫຼັງເກົ່າ ຢູ່ເດີນ ທາດຫຼວງ, ໃຈກາງຂອງນະຄອນຫຼວງ ວຽງຈັນ ດ້ວຍຍອດເງິນລົງທຶນເກືອບ 112 ລ້ານ USD, ໂຄງການສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ໄດ້ກໍ່ສ້າງບົນເນື້ອທີ່ 7000 ຕາແມັດ ປະກອບດ້ວຍ 5ຊັ້ນ ແລະ 1 ຊັ້ນໃຕ້ດິນ. ໂຄງການມີບັນດາຫ້ອງສັບພະຄຸນ ເພື່ອຈັດຕັ້ງເຫດການ ແລະ ພິທີສຳຄັນ ຂອງ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ