ສະຫຼຸບໂຄງການລວມຂອງສະຫະປະຊາຊາດກ່ຽວກັບການໜູນຊ່ວຍກໍ່ສ້າງຊົນນະບົດໃໝ່

(VOVWORLD) -ວັນທີ 23 ທັນວາ, ຢູ່ແຂວງ ທ໋າຍງວຽນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບອົງການອາຫານ ແລະ ການກະເສດສປຊ (FAO) ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສະຫຼຸບ “ໂຄງການລວມຂອງສະຫະປະຊາຊາດໜູນຊ່ວຍປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່”.

ສະຫຼຸບໂຄງການລວມຂອງສະຫະປະຊາຊາດກ່ຽວກັບການໜູນຊ່ວຍກໍ່ສ້າງຊົນນະບົດໃໝ່ - ảnh 1 ສະຫຼຸບໂຄງການລວມຂອງສະຫະປະຊາຊາດກ່ຽວກັບການໜູນຊ່ວຍກໍ່ສ້າງຊົນນະບົດໃໝ່

(ພາບ: TTXVN)

ໂຄງການ “ໂຄງການລວມຂອງສະຫະປະຊາຊາດໜູນຊ່ວຍການປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່” ຢູ່ຫວຽດນາມ ໄລຍະ 2014 – 2017, ໄດ້ຮັບປະກັນປະຕິບັດ 3 ພາກສ່ວນຮ່ວມຄື: ຍົກສູງຄຸນຄ່າຄວາມຮູ້ຂອງຜູ້ຜະລິດ ແລະ ປະຊາຊົນຢູ່ເຂດຊົນນະບົດ; ເພີ່ມທະວີກຳລັງຄວາມສາມາດສ້າງນະໂຍບາຍ, ຍຸດທະສາດ ແລະ ການລົງທຶນພາກລັ ຢູ່ເຂດຊົນນະບົດ; ການປະສານງານ, ຕິດຕາມ ແລະ ຕີລາຄາການປະຕິບັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ໂຄງການໄດ້ປະກອບສ່ວນເພີ່ມລາຍຮັບໃນແຕ່ລະເດືອນໃຫ້ຊາວກະສິກອນ ແລະ ສ້າງການປ່ຽນແປງຕັ້ງໜ້າຫຼາຍຢ່າງໃນການພັດທະນາຊົນນະບົດ.

        ໄລ່ມາຮອດປະຈຸບັນ, ທົ່ວປະເທດມີ 43 ຫົວໜ່າຍຂັ້ນເມືອງ ໄດ້ຮັບການຮັບຮູ້ຈາກນາຍົກລັດຖະມົນຕີວ່າບັນລຸມາດຖານຊົນນະບົດໃໝ່ (ກວມເອົາ 32,3% ໃນຍອດຈຳນວນຕາແສງ) ທີ່ໄດ້ຮັບຮູ້ບັນລຸມາດຖານຊົນນະບົດໃໝ່. ຄາດໝາຍຂອງໂຄງການນີ້ແມ່ນຮອດປີ 2020 ບັນລຸໄດ້ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ