ສະຫຼຸບໂຄງການສົມທົບລະຫວ່າງແນວໂຮມປະເທດຊາດຫວຽດນາມແລະສູນກາງບັນດາອົງການມະຫາຊົນການເມືອງ-ສັງຄົມ

ສະຫຼຸບໂຄງການສົມທົບລະຫວ່າງແນວໂຮມປະເທດຊາດຫວຽດນາມແລະສູນກາງບັນດາອົງການມະຫາຊົນການເມືອງ-ສັງຄົມ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ
ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ)


(vovworld) – ​ ຕອນ​ບ່າຍ​ວັນ​ທີ 27/12, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສູນ​ກາງ​ບັນດາ​ອົງການຈັດ​ຕັ້ງ​ມະຫາຊົນ​ການ​ເມືອງ - ສັງຄົມ, ສະຫະສະມາຄົມວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ແລະ ສະຫະພັນ​ສະຫະກອນ ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ໂຄງການ​ສົມທົບ​ວຽກງານ​ປີ 2015 ​ແລະ ລົງ​ນາມ​ໂຄງການ​ສົມທົບວຽກ​ງານ​ປີ 2016. ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງປະ​ຊຸມ, ທີ່​ກອງ​ປະຊຸມຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສູນ​ກາງ​ບັນດາ​ອົງການຈັດ​ຕັ້ງມະຫາຊົນ​ການ​ເມືອງ - ສັງຄົມ, ສະຫະສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ແລະ ສະຫະພັນ​ສະຫະກອນ ​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​​ໃນໂຄງການ​ສົມທົບ​ວຽກ​ງານ​ໃນ​ປີ 2016. ຕາມ​ໂຄງການ​ລົງ​ນາມ​ແລ້ວ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​​ໂຄສະນາ, ​ເຕົ້າ​ໂຮມ, ຂົນຂວາຍສະມາຊິກ​ຊາວ​ໜຸ່ມ ​ແລະ ປະຊາຊົນ, ຜັນ​ຂະຫຍາຍ​ບັນດາ​ບັ້ນຂົນຂວາຍ, ຂະ​ບວນການ​ແຂ່ງຂັນ; ສົມທົບ​ກັນ​ໃນ​ການ​ປະກອບ​ຄຳ​ເຫັນ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ; ສົມທົບ​ກັນ​ເຂົ້າ​ຮ່ວມການ​ກະກຽມ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021.

 

ຂ່າວ/ບົດ​ອື່ນ