ສະຫລຸບ 10 ປີແຫ່ງການ ປະຕິບັດມະຕິສູນກາງຄັ້ງທີ 5 ກ່ຽວກັບເສດຖະກິດ ລວມໝູ່

ສະຫລຸບ 10 ປີແຫ່ງການ ປະຕິບັດມະຕິສູນກາງຄັ້ງທີ 5 ກ່ຽວກັບເສດຖະກິດ ລວມໝູ່ - ảnh 1
ຄະນະ​​ເລຂາ​ສູ​ນກາງ​ພັກ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍອິນ​ເຕີ​ເນັດ​
ຢູ່ 63 ສະຖານ​ທີ່​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​
(ພາບ: baoquangninh.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 6/6, ຢູ່ ຮ່າ​ໂນ້ຍ, ຄະນະ​​ເລຂາ​ສູ​ນກາງ​ພັກ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ຢູ່ 63 ສະຖານ​ທີ່ເພື່ອ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5 ຊຸດ​ທີ 9 ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ​ລວມໝູ່. ບົດ​ລາຍ​ງານ​ທີ່​ກອງ​ປະ​ຊຸມ​​ໃຫ້​ເຫັນ​ວ່າ: ພາຍຫລັງ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ກ່ຽວ​ກັບ​ເສດຖະກິດ​ລວມໝູ່, ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ 370.000 ກຸ່ມ​ຮ່ວມ​ມື, 20.000 ສະຫະກອນ, ດຶງ​ດູດ​ສະມາຊິກ​ເຂົ້າ​ຮ່ວມປະມານ 13 ລ້ານຄົນ​. ກ່າວ​ຄຳ​ເຫັນ​ສະຫລຸບ​​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລ​ຂາສູນກາງພັກ ຢືນຢັນ​ວ່າ: ​ເສດຖະກິດ ລວມໝູ່​ແມ່ນ​ພາກສ່ວນ​ເສດຖະກິດ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​​ໃສ່​ພັດທະນາຈາກພັກ, ລັດ. ​ໃນ​ຊຸມ​ປີຜ່ານມາ, ​ເສດຖະກິດ​ລວມໝູ່​ໄດ້​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ສະມາຊິກ​ສະຫະກອນ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະຊາຊົນ​ເວົ້າ​ລວມ. ທ່ານ ​ເລ​ຮົ່ງ​ແອ​ງ, ສະ​ເໜີ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ​, ອຳນາດ​ການ​ປົກຄອງ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພັນທະ​ພາບ​ສະຫະກອນ ​ແລະ ບັນດາ​ອົງການຈດຕັ້ງມະຫາຊົນ​ຂັ້ນຕ່າງໆສືບຕໍ່​ປະຕິບັດ​ມະຕິ​ດ້ວຍ​ບັນດາ​ກຸ່ມ​ມາດ​ຕະການ, ​ໃນ​ນັ້ນ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຮູບ​ແບບ​ສະຫະກອນ​ພັດທະນາ​ທັງ​ດ້ານ​ເນື້ອ​ທີ່​ດິນ ​ແລະ ມະນຸດ, ຮ່ວມສຳພັນ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ ລວມໝູ່​ດ້ວຍການ​ປະຕິບັດ​ຈຸດໝາຍ​ໂຄ​ງການ​ກໍ່ສ້າງ​ຊົນນະບົດ​ໃໝ່.

    ກອງ​ປະຊຸມ​ໄດ້​ຢືນຢັນ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5, ຊຸດ​ທີ 9 ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ ​ເສດຖະກິດ​ລວມໝູ່, ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ 63 ຄະນະ​ພັກ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປ​ະ​ເທດ.

ຂ່າວ/ບົດ​ອື່ນ