ສະຫລຸບ 2 ປີ ຜັນຂະຫຍາຍໂຄງການ ກໍ່ສ້າງຊົນນະບົດໃຫມ່ຢູ່ ພາກເຫນືອ

ສະຫລຸບ 2 ປີ ຜັນຂະຫຍາຍໂຄງການ   ກໍ່ສ້າງຊົນນະບົດໃຫມ່ຢູ່ ພາກເຫນືອ - ảnh 1
ກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ ເຂດຊົນນະບົດ
ພາບ: TTXVN


(vovworld) - ກອງ​ປະຊຸມ​ສະຫລຸບ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຢູ່​ພາ​ກ​ເຫນືອ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 25/9 ຢູ່ ນະຄອນ Vinh Yen, ​ແຂວງ Vinh Phuc. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ແຂວງ​ພົບ​ປະ, ​ແລກປ່ຽນ​ບົດຮຽນ, ຄວາມ​ຮູ້, ວິທີ​ປະຕິ​ບັດ​ດີ, ແລະຮູບ​ແບບຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ນຳ​ໃຊ້, ຜັນ​ຂະຫຍາຍ​ໃຫ້​ແກ່​ທ້ອງ​ຖິ່ນ​ຂອງ​ຕົນ. ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໂຄງການ​ຈຸດໝາຍ​ແຫ່​ງຊາ​ດກໍ່ສ້າງ​ຊົນນະບົດ​ໃຫມ່ ​ແມ່ນ​ແຜນ​ນະ​ໂຍບາຍ​​ໃຫຍ່​ຂອງ​ພັກ ​ແລະ ລັດ ຫວຽດນາມ, ມີ​ທ້ອງ​ຖິ່ນ​ຫລາຍ​ແຫ່ງ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ໂຄງການ​ດັ່ງກ່າວ​ໃນ​ບໍລິ​ເວນ​ກວ້າງຂວາງ. ທ່ານ​ລັດຖະມົນຕີ Cao Duc Phat ສະ​ເຫ​ນີ​ໃຫ້​ບັນດາ​ແຂວງ ຄວນ​ເອົາ​ໃຈ​ໃສ່​ປະຕິບັດ​ໂຄງການ​ຫລາຍ​ກວ່າ​ອີກ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ບັນດາ​ແຫ​ລ່ງກຳລັງ, ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ເພື່ອ​ໃຫ້​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃຫມ່​ນຳ​ມາ​ເຊິ່ງປະສິດທິ​ຜົນ ​ແລະ ປະສົບ​ຜົນສຳ​ເລັດ.

ຕາມ​ກາ​ນຕີ​ລາຄາ​ແລ້ວ, ມາ​ຮອດ​ປະຈຸ​ບັນ ຍອດ​ເງິ​ນລົງທຶນ​ໃຫ້​ແກ່​ບັນດາ​ແຂວງ​ທາງ​ພາກ​ເຫນືອ ຫວຽດນາມ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃຫມ່​ແມ່ນ​ກວ່າ 20.000 ຕື້​ດົ່ງ,​​ໃນ​ນັ້ນ​ມີການກໍ່ສ້າ​ງ​ໃຫມ່, ບູລະນະ, ຍົກ​ລະດັບກິດ​ຈະ​ກຳ​ຄົມມະນຄົມ​ຢູ່​ຊົນ​ນະ​ບົດ, ຊົນລະປະທານ, ນ້ຳ​ສະອາດ ​ແລະ ອະນ​າ​ໄມ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ