ສະຫລຸບ 5 ປີແຫ່ງການແຮກສ່ຽວ ລະຫວ່າງແຂວງກວາງຈິ ແລະ ສະຫວັນນະເຂດ-ສາລະວັນ

ສະຫລຸບ 5 ປີແຫ່ງການແຮກສ່ຽວ ລະຫວ່າງແຂວງກວາງຈິ ແລະ ສະຫວັນນະເຂດ-ສາລະວັນ - ảnh 1
ພາບປະກອບ

( vovworld ) – ​ຕອນ​ເຊົ້າວັນ​ທີ 29/5, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາ​ງຈິ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ແຮກສ່ຽວ 2 ​ເຂດຊາຍ​ແດນ​ລະຫວ່າງ​ແຂວງ​ກວາງ​ຈິ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ-​ສາລະ​ວັນ. ​ແຂວງ​ກວາງ​ຈິ ມີ​ເສັ້ນຊາຍ​ແດນ​ຕິດ​ກັບ​ສອງ​ແຂວງຂອງ​ລາວ​ຄື: ສະຫວັນ​ນະ​ເຂດ ​ແລະ ​ສາລະ​ວັນ ດ້ວຍ​ຄວາມ​ຍາວ​ທັງ​ໝົດ​ກ່ວາ 200 ກມ. ປີ 2005, ການ​ນຳ​ແຂວງກວາງ​ຈິ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ-​ສາລະ​ວັນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ປຸກລະດົມ​ຂະ​ບວນການ, ຈັດການ​ເຊັນ​ແຮກສ່ຽວ​ລະຫວ່າງບ້ານກັບບ້ານ​ຢູ່​ເຂດຊາຍ​ແດນ. ພາຍຫລັງ​ຜັນ​ຂະຫຍາຍ​ປະຕິບັດ​ມາ​ເປັນ​ເວລາ 5 ປີ, ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ເຂດ​ຊາຍ​ແດນ​ລະຫວ່າງ​ແຂວງກວາງ​ຈິ ຂອງ ຫວຽດນາມ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ-​ສາລະ​ວັນ ຂອງ​ລາວ ​​ມີ 23 ຄູ່​ບ້ານ​ໄດ້​ຈັດຕັ້ງການ​ແຮກສ່ຽວ. ທ່ານ​ພັນ​ເອກ Ngo Xuan Hoan ຫົວໜ້າ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ກວາງ​ຈິ ​ໃຫ້​ຮູ້​ວ່າ:  “ຜົນງານໃຫ່ຍທີ່​ສຸດ​ທີ່​ພວກ​ເຮົາ​ບັນລຸ​ໄດ້ ນັ້ນ​ແມ່ນ ນ້ຳ​ໃຈ​ສາມັກຄີ​ພິ​ເສດ​ລະຫວ່າງ​ປະຊາຊົນ​ໃນ​ບັນດາ​ບ້ານ​ ​ໃນເຂດ​ຊາຍ​ແດນ 2 ປະ​ເທດ. ຜ່ານ​ນັ້ນ ຮັບປະກັນ​ໜ້າ​ທີ່​​ຮັກສາ​ຄວາມຄວາມ​ສະຫງົບ​ປອດ​ໄພ ​ແລະ ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ, ອີກ​ຢ່າງ​ໜື່ງ​ແມ່ນ, ປະຊາຊົນ​ສອງ​ເຂດ​ຊາຍ​ແດນ​​ໄດ້ຊ່ວຍ​ເຫຼືອ​ກັນ​ເຮັດ​ໃຫ້​ຊີວິດ​ດ້ານ​ເສດຖະກິດ ວັດທະນະທຳ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ, ຮັບປະກັນ​ໃຫ້​ສອງ​ປະ​ເທດ​ພວກ​ເຮົາ ສູ້​ຊົນ​ນັດ​ມື້​ນັບ​ພັດທະນາ​ກ້າວ​ຂຶ້ນ

ສະຫລຸບ 5 ປີແຫ່ງການແຮກສ່ຽວ ລະຫວ່າງແຂວງກວາງຈິ ແລະ ສະຫວັນນະເຂດ-ສາລະວັນ - ảnh 2

​ແຂວງ​ກວາງ​ຈິ
(ພາບ:dulich.quangtri.gov.vn)



 

 

ຂ່າວ/ບົດ​ອື່ນ