ສະຫລຸບ15ປີແຫ່ງການປະຕິບັດການສ້າງແລະພັດທະນາພື້ນຖານວັດທະນະທຳຫວຽດນາມ

ສະຫລຸບ15ປີແຫ່ງການປະຕິບັດການສ້າງແລະພັດທະນາພື້ນຖານວັດທະນະທຳຫວຽດນາມ - ảnh 1
ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວຫນ້າ, ​ເຂັ້ມ​ຂົ້ນ​
ໄປ​ດ້ວຍ​ສີສັນ​ຊາດ
photo: internet


(vovworld)-ກອງ​ປະຊຸມ​ສະຫລຸບ​15ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວຫນ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ຊື່​ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1 ຢູ່ ຮ່າ​ໂນ້ຍ. ​ຮ່າງ​ບົດ​ລາຍ​ງານ​ສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 8 ​​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ສູ​ນກາງ​ພັກ​ຄັ້ງ​ທີ 5 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ຂອບ​ຂະຫນາດ​ທົ່ວ​ປະ​ເທດ. ບັນຫາ​ຈຸດ​ສຸມ​ແມ່ນ​ຕ້ອງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການສ້າງ​ຊາວ​ຫວຽດນາມ, ​ສ້າງ​ແນວ​ຄິດ, ຄຸນສົມບັດ, ​ແບ​ບ​ແຜນການ​ດຳລົງ​ຊີວິດ​, ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ວັດທະນະທຳ, ພິ​ເສດ​ແມ່ນ​ຂະ​ບວນການ“ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ ​ແລະ ການ​ຂົນຂວາຍ​ສ້າງ“ຄອບຄົວ​ວັດທະນະ​ທຳ” ບັນລຸ​ໝາກຜົນ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ. ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ໄດ້​ຮັບການ​ຮັກສາ ​ແລະ ຖື​ເປັນ​ສຳ​ຄັນ.  ປະຈຸ​ບັນ, ຫວຽດນາມ ມີປູຊະນີຍະສະຖານ​ກວ່າ 3000 ​ແຫ່ງ​ຖືກ​ຈັດ​​​​​ເຂົ້າ​ລະດັບ​ຊາດ,​​ໃນ​ນັ້ນ ມີ ມໍລະດົກ​ວັດທະນະທຳ ​ແລະ ທຳ​ມະ​ຊາດ 7 ​ແຫ່ງ ​ໄດ້​ຮັບ​ການ​ຮັບຮ​ອງ ເປັນ​ມໍລະດົກ​ໂລກຈາກ UNESCO​. ພ້ອມ​ກັນ​ນັ້ນ ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ຫນ້ອຍ​ໄດ້​ຮັບ​ການ​ປັບປຸງ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ການ​ກຳນົດ​ທິດ​ຂອງ​ມະຕິ ​ແມ່ນ​ສືບ​ຕໍ່​ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວຫນ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​,​​ໃນ​ນັ້ນ ຫນ້າ​ທີ່​ຕົ້ນຕໍ​ແມ່ນ​ສ້າງ​ຊາວ​ຫວຽດນາມ​ ພັດທະນາ​ຢ່າ​ງຮອບດ້ານ,​ສ້າງ​ສະພາບ​​ແວດ​ລ້ອມ​ດ້ານ​ວັດທະນະທຳ​ທີ່​ປອດ​ໃສ, ​​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ວັດທະນະທຳ​ການ​ເມືອງ ດ້ວຍ​ແນວ​ຄິດ​ຖື​ປະຊາຊົນ​ເປັນ​ກົກ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ.

ຂ່າວ/ບົດ​ອື່ນ