ສະຫລຸບ2ປີແຫ່ງການຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມີນ

ສະຫລຸບ2ປີແຫ່ງການຮຳ່ຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມີນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ: internet


(vovworld)- ວັນ​ທີ 17/5 ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 2 ປີ ​ແຫ່ງ​ການປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ       “ການສື​ບຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ”. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້ປະຈຳ​ຄະນະ​ເລຂາ​ສູນ​ກາງ​ພັກ, ທ່ານ​ດີງ​ເທ​ຮີ​ງ, ຫົວຫນ້າ​ຄະນະ​ໂຄສະນາສຶກສາ​ສູນ​ກາງ ​ເປັນ​ປະທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ຫນັກ​ວ່າ:

        “​ໃນ​ 2 ປີຜ່ານມາ, ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ, ປະກອບສ່ວນ​ປະຕິບັດ​ຫນ້າ​ທີ່​ການ​ເມືອງ, ຫົວຫນ່ວຍ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດສຳ​ເລັດ​ຜົນ. ສະຕິ​ໃນ​ການ​ຝຶກ​ຝົນ​ຫລໍ່​ຫລອມ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ ​ແລະ ຄວາ​ມຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”

        ທ່ານ​ເລ​ຮົ່ງ​ແອ​ງ ສະ​ເຫ​ນີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳນຳພາ​ການ​ປະຕິບັດ​ບາງ​ວຽກ​ງານ, ​ເປັນ​ຕົ້ນ​ແມ່ນ​ການ​ໂຄສະນາ, ຊາມ​ຊືມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ​ກ່ຽວກັບ​ຄວາມ​ໝາຍ, ຄວາມ​ສຳຄັນ, ຈຸດປະສົງ, ຄຳ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ເນື້ອ​ໃນ​ຄຳ​ສັ່ງຂອງ​ກົມ​ການ​ເມືອງ, ​ແຜນການ​ຂອງ​ຄະນະ​ເລ​ຂາ, ສືບ​ຕໍ່​ຍູ້​ແຮງ ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ, ​ແລະ​ຖື​ວ່າ ນີ້​ແມ່ນ​ວຽກ​ງານ​ປະຈຳ​ວັນ, ​ແມ່ນ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ.

ຂ່າວ/ບົດ​ອື່ນ