ສະຫລຸບ5ປີແຫ່ງການພັດທະນາຄົມມະນາຄົມເຂດໄຕງວຽນ

ສະຫລຸບ5ປີແຫ່ງການພັດທະນາຄົມມະນາຄົມເຂດໄຕງວຽນ - ảnh 1
​ກອງ​ປະ​ຊຸມ​ສະຫລຸບ 5 ປີ​​ແຫ່ງວຽກ​ງານ​​ລົງທຶນ​ພັດທະນາ​
ໂຄງ​ລ່າງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ​ເຂດ ​ໄຕ​ງວຽນ
(ພາບ: nhandan.com.vn)

(vovworld) ​ ຕອນ​ເຊົ້າ​ວັນ​ທີ 26/11, ຢູ່​ແຂວງ​ ຢາ​ລາຍ, ຄະນະ​ຊີ້​ນຳ ​ໄຕ​ງວຽນ ສົມທົບ​ກັບ​ກະຊວງ​ຄົມມະນາຄົມ ​ແລະ ຂົນສົ່ງຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫລຸບ 5 ປີ​​ແຫ່ງວຽກ​ງານ​​ລົງທຶນ​ພັດທະນາ​ໂຄງ​ລ່າງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ​ເຂດ ​ໄຕ​ງວຽນ. ໃນ 5 ປີຜ່ານ​ມາ, ​ເຂດ ​ໄຕ​ງວຽນ ​ໄດ້​ຈັດ​ແບ່ງ ​ແລະ ປຸກລະ​ດົມ​ໃນ​ປະມານ 60.600 ຕື້​ດົ່ງ ​ເພື່ອ​ລົງທຶນ​ພັດທະນາ​​ໂຄງ​ລ່າງ​ຄົມ​ມະນະ​ຄົມ ​ແລະ ຂົນສົ່ງ. ກິດຈະກຳ​ຄົມ​ມະນະ​ຄົມ​ສຳຄັນຫລາຍ​ແຫ່ງ​ໄດ້​ຮັບ​ການ​ລົງທຶນ​ເຮັດ​ໃຫ້​​ໂສມ​ໜ້າ​​ເຂດ ​ໄຕ​ງວຽນ ມີ​ການ​ປ່ຽນ​ແປງ ຄື: ​ເສັ້ນທາງ ​ໂຮ່ຈີ​ມິນ ​ໄປຜ່ານ​​ເຂດໄຕ​ງວຽນ, ທາງຫລວງ​ເລກທີ 19, 20, 28...ພ້ອມ​ກັນ​ນັ້ນ, ບັນດາ​ທ່າ​ອາກາດ​ສະຍານ​ກໍ​ໄດ້ຮັບ​ການ​ຍົກ​ລະດັບ​ເປີດ​ກ້ວາງ​. ຜ່ານ​ນັ້ນ ​ໄດ້​ຕອບ​ສະໜອງ​ ​ຄວາມ​ຕ້ອງການ​ຂົນ​ສົ່ງ, ຮັບໃຊ້ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ເຂດ ​ໄຕ​ງວຽນ ​ໂດຍ​ພື້ນຖານ. ຄາດ​ຄະ​ເນ​ວ່າ: ກະຊວງ​ຄົມ​ມະນະ​ຄົມ​ຂົນ​ສົ່ງ​ຈະ​ສືບ​ຕໍ່​ປຸກລະດົມ​ແຫຼ່ງທຶນ​ປະມານ 115.000 ຕື້​ດົ່ງ ​ເພື່ອ​ລົງທຶນ​ກໍ່ສ້າງ​ໂຄງ​ລ່າງ​ຄົມມະນາຄົມ​ຂອງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ