ສະຫລຸບ​ການ​ປະຕິບັດ​ ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ

ສະຫລຸບ​ການ​ປະຕິບັດ​ ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ - ảnh 1
ພາບປະກອບ

( vovworld ) – ວັນ​ທີ 16/5, ຢູ່​ຮ່າ​ໂນ້ຍ, ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 1 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“.  ທ່ານ​ Nguyen Phu Trong ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ , ທ່ານ Le Hong Anh ຜູ້​ປະຈຳ​ການ​ຄະນະ​ເລຂາສູນ​ກາງ​ພັກ, ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ປະທານ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Le Hong Anh ຊີ້​ແຈ້ງວ່າ: ກອງ​ປະຊຸມ​ມີ​ຄວາມ​ໝາຍ​ສຳຄັນ ​ເພື່ອ​ໃຫ້​ແຕ່​ລະ​ອົງການ​ຈັດຕັ້ງ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ສຳ​ຫຼວດກວດຄືນ​ຕົນ​ເອງ ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ, ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 11 ຂອງ​ພັກ ​ໄດ້ວາງ​ອອກ​ຢ່າງ​ມີ​ໄຊ. ທ່ານ Le Hong Anh ​ເນັ້ນໜັກ​ວ່າ:  “​ເພື່ອ​ໃຫ້​ກອງ​ປະຊຸມ​ບັນລຸ​ໄດ້​ໝາກຜົນ​ທີ່​ດີ, ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ສະຫາຍ ຈົ່ງ​ເສີມ​ຂະຫຍາຍ​ພູມ​ປັນຍາ, ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ບັນດາ​ຈຸດ​ດີ, ຈຸດ​ອ່ອນ, ສາຍ​ເຫດ, ບັນດາ​ບົດຮຽນ​ທີ່​ດີ ​ແລະ ​ເພີ່ມ​ບັນດາ​ມາດ​ຕະການ​ປະຕິບັດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ພ້ອມ​ກັນນັ້ນສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ ສືບ​ຕໍ່​ນຳ​ການຮ່ຳຮຽນແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ເຂົ້າ​ໃນ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຂອງ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ ​ແລະ ຊີວິດ​ສັງຄົມ​ຢ່າງ​ມີ​ສະຕິ​ຕື່ນ​ຕົວ, ​ເປັນ​ປະຈຳ ​ແລະ ມີ​ປະສິດທິ​ຜົນ​ກ່ວາ

ງານ​ວາງສະ​ແດງ​ຮູບ​ພາບ, ​ເອກະສານ “ປະທານ​ໂຮ່ຈິ​ມິນ ກັບ​ເຂດ​ປອດ​ໄພ​ທາຍ​ງວຽນ“

ສະຫລຸບ​ການ​ປະຕິບັດ​ ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ - ảnh 2

(ພາບ:anninhthudo.vn)

  ​    ວັນ​ທີ 16/5, ຢູ່​ທາຍ​ງວຽນ, ​ໄດ້​ໄຂງານ​ວາງສະ​ແດງ​ຮູບ​ພາບ, ​ເອກະສານ ທີ່​ມີ​ຫົວ​ຂໍ້​ວ່າ: “ປະທານ​ໂຮ່ຈິ​ມິນ ກັບ​ເຂດ​ປອດ​ໄພ​ທາຍ​ງວຽນ“ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນປະທານ​ໂຮ່ຈິ​ມິນ ກັບ​ເມືອ​ເຂດ​ປອດ​ໄພ​ທາຍ​ງວຽນ, ນຳພາ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ຜູ້​ຮຸກ​ຮານ ​ແລະ ສະ​ເຫຼີ​ມ ສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພີ່ນ ​ແລະ ຮັບ​ໃບຢັ້ງຢືນ​ຈັດ​ອັນ​ດັບ​ເຂດ​ປູ​ສະ​ນີຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ: ​ເຂດ​ອະນຸສອນສະ​ຖານ​ປະຫວັດສາດ​ເຂດ​ປອດ​ໄພ​ດີ້ງຮວາ. ງານ​ວາງສະ​ແດງ​ໄດ້​ແນະນຳ​ກັບ​ຜູ້​ຊົມ​ຮູບ​ພາບ​ເອກະສານ, ວັດຖຸ​ພັນ​ກ່ວາ 300 ຊີ້ນ ຊື່​ງ​ໄດ້​ຕິດ​ພັນ​ກັບ​ໄລຍະ​ທ່ານປະທານ​ໂຮ່ຈິ​ມິນ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ປອດ​ໄພ​ທາຍ​ງວຽນ; ​ແນະນຳ​ກັບ​ຜູ້​ຊົມ​ບາງ​ຮູບ​ພາບ, ​ເອກະສານ, ວັດ​ຖຸພັນ​ທີ່​ມີຄ່າ ຕິດ​ພັນ​ກັບ​ການ​ດຳ​ເນີນ​ຊີວິດ ​ແລະ ການ​ເຮັດ​ວຽກ​ຂອງປະທານ​ໂຮ່ຈິ​ມິນ ​ໂດຍ​ປະຊາຊົນ​ທາຍ​ງວຽນ ​ໄດ້​ຮັກສາ​​ໄວ້ໃນ​ຫຼາຍ​ປີຜ່ານມາ ຊື່​ງ​​ໄດ້​ປະກາດເປັນຄັ້ງທຳ​ອິດ. ​​ງານ​ວາງສະ​ແດງຍັງ​ໄດ້​ແນະນຳບັນດາ​ຮູບ​ພາບ​ສ່ອງ​ແສງ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ທີ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ທາຍ​ງວຽນບັນລຸ​ໄດ້ ​ໃນ​ການ​ປະຕິບັດ​ຄຳ​ພິ​ໃນ​ກຳ​ຂອງ​ເພີ່ນ, ຕິດ​ພັນ​ກັບ​ການ​ຕອບ​ສະໜອງ​ບັ້ນຂົນຂວາຍ ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 20/5 ທີ່​ຈະ​ມາ​ເຖິງ.

 

 

 

 

 

 


ຂ່າວ/ບົດ​ອື່ນ