ສະຫລຸບຂອງນາຍົກລັດຖະມົນຕີທີ່ການເຮັດວຽກກັບຄະນະເສດສູນກາງ

ສະຫລຸບຂອງນາຍົກລັດຖະມົນຕີທີ່ການເຮັດວຽກກັບຄະນະເສດສູນກາງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມກງປະຊຸມຂອງຄະນະເສດຖະກິດສູນກາງ
(ພາບ: Tiền phong)

(vovworld) – ຕາມ​ຂໍ້​ສະຫລຸບ​ຂອງ​ນາຍົກລັດຖະມົນຕີ, ຜ່ານ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ໄລ​ຍະ​ກ່ວາ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ ​ໄດ້​ຢັ້ງຢືນ​ເລື່ອງ​ສ້າງ​ຕັ້ງ​ຄະນະ​ເສດຖະກິດ​ສູນ​ກາງ​ແມ່ນ​ຈຳ​ເປັນ​ຍ້ອນ​ວ່າ​ພັກ​ນຳພາ​ບັນດາ​ຂົງ​ເຂດ​ຂອງ​ຊີວິດ​​ເສດຖະກິດ - ສັງຄົມຢ່າງຮອບດ້ານ, ​ໃນ​ນັ້ນ​ເສດຖະກິດ​ແມ່ນ​ຈຸດ​ສຸມ, ​ເສດຖະກິດ​ບໍ່​ສາມາດ​ຕັດ​ແຍ​ກອອກ​ຈາກ​ການ​ເມືອງ - ສັງຄົມ​ໄດ້. ປີ 2014, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ຄະນະ​ເສດຖະກິດ​ສູນ​ກາງ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາວຽກ​ງານ​ຢ່າງຮອບດ້ານ ​ເພື່ອ​ປະຕິບັດ​ພາລະ​ໜ້າ​ທີ່​ຄົ້ນ​ຄ້ວາ, ​ເປັນ​ເສນາ​ທິການ, ຂໍ້​ສະ​ເໜີ, ຕິດຕາມ​ກວດກາ​ໃຫ້​ແກ່​ພັກ​ໃນ​ການກໍ່ສ້າງ ​ແລະ ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົ​ມ.

        ຄະນະ​ເສດຖະກິດ​ສູນ​ກາງ​ສືບ​ຕໍ​ປັບປຸງ​ຈັດ​ຕັ້ງ​ກົງຈັກການຈັດຕັ້ງ, ​ຖັນ​ແຖວ​ພະນັກ​ງານ, ​ປຸກລະດົ​ມການ​ເຂົ້າ​ຮ່ວມ, ການ​ຮ່ວມ​ມື​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ, ນັກວິທະຍາສາດ, ນັກ​ຊ່ຽວຊານ, ​ເພື່ອ​ປະກອບ​ຄຳ​ເຫັນ, ​ເປັນ​ເສນາ​ທິການໃຫ້​ແກ້​ພັກ​ໃນ​ການ​ກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ກໍ່​ຄືກ​ວດກາ, ຕິດຕາມ​ກວດກາ​ວິວັດ​ການ​ປະຕິບັດ.

 


ຂ່າວ/ບົດ​ອື່ນ