ສະຫລຸບບັ້ນເຄື່ອນ ໄຫວລະດູແລ້ງ ຊາວໜຸ່ມອາສາ ສະໝັກ

ສະຫລຸບບັ້ນເຄື່ອນ ໄຫວລະດູແລ້ງ ຊາວໜຸ່ມອາສາ ສະໝັກ - ảnh 1
(ພາບປະກອບ)

 (vovworld)-ພິທີສະຫລຸບບັ້ນ​ເຄື່ອນ​ໄຫວ​ລະດູ​ແລ້ງ​ຊາວ​ໜຸ່ມ​ອາສາ​ສະໝັກ ​ໂດຍມີ​ການ​ເຂົ້າຮ່ວມ​ຂອງ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ກ່ວາ 3000 ຄົນ​ໄດ້​ດຳ​ເນີນ​ໄປ​​ໃນ​ຕອນ​ເຊົ້າວັນ​ທີ 8/9 ຢູ່​ຮ່າ​ໂນ້ຍ. ດ້ວຍ​ຫົວ​ເລື່ອງ “​ໄວ​ໜຸ່ມ​ນະຄອນຫຼວງ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສີວິ​ໄລ​ເຂດ​ຕົວ​ເມືອງ, ​ເຂົ້າຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່“, ບັ້ນ​ເຄື່ອນ​ໄຫວ​ລະດູ​ແລ້ງ​ຊາວ​ໜຸ່ມ​ອາສາ​ສະໝັກປີ 2013 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ ອັນ​ໄດ້​ດຶງດູດ​ການ​ເຂົ້າຮ່ວມ​ຂອງ​ຊາວ​ໜຸ່ມ​ອາສາ​ສະໝັກ​ກ່ວາ 20.000 ຄົນ. ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ ຫງວຽນ​ແອ​ງ​ເຢືອງ ​ໃຫ້​ຮູ້​ວ່າ:

  “ສິ້ນ​ສຸດບັ້ນ​ເຄື່ອນ​ໄຫວ​ລະດູ​ແລ້ງ​ຊາວ​ໜຸ່ມ​ອາສາ​ສະໝັກ, ພວກ​ເຮົ​າພ້ອມກັນ​ມຸ້ງ​ໄປ​ເຖິງ​ການ​ແຂ່ງຂັນ​ຈຸດ​ສຸມ​ຄັ້ງທີ 3 ຂອງ​ໄວ​ໜຸ່ມ​ນະຄອນຫຼວງ, ນັ້ນ​ແມ່ນ​ບັ້ນ​ເຄື່ອນ​ໄຫວ​ ຂ້ອຍ​ຮັກ​ຮ່າ​ໂນ້ຍ. ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ບັ້ນ​ເຄື່ອນ​ໄຫວ​ດັ່ງກ່າວ, ບັນດາ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ​ໃນ​ບໍລິ​ເວນ​ນະຄອນຫຼວງ, ບັນດາ​ຮາກ​ຖານ​ຊາວ​ໜຸ່ມ ສືບ​ຕໍ່​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫ່ຍຄະ​ນະ​ຊາວ​ໜຸ່ມ​ນະຄອນຄັ້ງທີ 14 ​ແລະ ມະຕິ​ກອງ​ປະຊຸມ​ໃຫ່ຍຄະ​ນະ​ຊາວ​ໜຸ່ຂັ້ນຕ່າງໆ​ຢ່າງ​ເລິກ​ເຊິ່ງກ້ວາ​ງຂວາງ, ມີ​ປະສິດທິ​ຜົນ“

ຂ່າວ/ບົດ​ອື່ນ