ສະຫລຸບ,ມອບລາງວັນການຊອກຮູ້ວັດທະນະທຳ,ປະຫວັດສາດຂອງຊາດທີ່ມີຊື່ວ່າ“ເອກອ້າງທະນົງໃຈຫວຽດນາມ”

ສະຫລຸບ,ມອບລາງວັນການຊອກຮູ້ວັດທະນະທຳ,ປະຫວັດສາດຂອງຊາດທີ່ມີຊື່ວ່າ“ເອກອ້າງທະນົງໃຈຫວຽດນາມ” - ảnh 1
ບັນດາສ່ວນບຸກຄົນໄດ້ຮັບລາງວັນໃນການເສັງ
(ພາບ: cand.com.vn)

(vovworld) –  ພິທີ​ມອບລາງວັນ​ການ​​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ​ຂອງ​ຊາດທີ່​ມີ​ຊື່ວ່າ “​ເອກອ້າງ​ທະ​ນົງ​ໃຈ​ຫວຽດນາມ” ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 13/1, ຢູ່​ຮ່າ​ໂນ້ຍ. ການ​ເສັງ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ວັນ​ທີ 8/11 ຮອດ​ວັນ​ທີ 13/1, ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ເກືອບ 320.000 ຄົນ. ການ​ເສັງ​ນີ້​ເພື່ອ​ແນ​ໃສ່​ປຸກລຸກ​ນຳ້​ໃຈ​ເມົາ​ມົວ​ຊອກ​ຮູ້, ຄົ້ນ​ຄ້ວາ​ປະຫວັດສາດ, ວັດທະນະທຳ​ຂອງ​ຊາດ, ​ເພີ່ມທະວີ​ນຳ້​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດ​ຊອບ​ຂອງ​ໄວ​ໜຸ່ມ ຫວຽດນາມ ​ໃນ​ການ​ຮຳ່ຮຽນ, ຝຶກ​ອົບຮົມ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ ​ເລກ​ວກຟອງ, ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ, ປະທານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຫົວຄິດ​ປະດິດ​ສ້າງ​ຂອງ​ພວກ​ນ້ອງ​ນັກຮຽນ. ບັນດາ​ເພື່ອນ​ຕ້ອງ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​​ເຊິ່ງ, ມີຄວາມ​ນິຍົມ​ຕໍ່​ປະຫວັດສາດ​ນັ້ນ, ສະຖານ​ທີ່​, ຜູ້​ມີ​ຊື່​ສຽງ​ຈຶ່ງ​ສາມາດ​​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ຕົນ​ຜ່ານ​ການ​ເສັງ​ນີ້. ຜ່ານ​ການ​ເສັງ​ນີ້, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ການ​ເສັງ​ນີ້​ຈະຊ່ວຍ​ບັນດາ​ພວກນ້ອງ​ນັກຮຽນ​ຮັບ​ຮູ້​​ໄດ້ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ວິຊາ​ປະຫວັດ​ສາດ.”

        ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີໜຶ່ງ 1 ລາງວັນ, ລາງວັນ​ທີ​ສອງ 1 ລາງວັນ, ລາງວັນ​ທີ​ສາມ 1 ລາງວັນ​ໃຫ້​ສ່ວນ​ບຸກຄົນ ​ແລະ ​ແຜ່ນ​ຊີ​ດີ.


ຂ່າວ/ບົດ​ອື່ນ