ສະຫລຸບລາຍການຂະບວນກາແດງ

ສະຫລຸບລາຍການຂະບວນກາແດງ - ảnh 1
ພາບປະກອບ

(vovworld) –  ຕອນ​ບ່າຍ​ວັນ​ທີ 31/7, ຢູ່​ຮ່າ​ໂນ້ຍ, ສະຖາບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອກ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ວັນ​ບຸນ “ຢອດ​ເລືອດ​ຕອບ​ບຸນ​ແທນ​ຄຸນ” ​ແລະ ສະຫລຸບ​ລາຍການ​ບໍລິຈາກ​ເລືອດ​ຂ້າມ ຫວຽດນາມ ທີ່​ມີ​ຊື່ວ່າ: ຂະ​ບວນການ​ແດງ. ຖືກ​ດຳ​ເນີນ​ໄປ​ໃນ​ຮອບ​ເວລາ 1 ​ເດືອນ, ຂະ​ບວນການ​ແດງ​ປີ​ນີ້​ໄດ້​ຈັດ​ຕັ້ງວັນ​ບຸນ​ບໍລິຈາກ​ເລືອກ​ 27 ວັນຢູ່ 27 ​ແຂວງ, ນະຄອນ, ດຶງ​ດູດ​ປະຊາຊົນ​ນັບໝື່ນໆ​ຄົນ​ເຂົ້າ​ຮ່ວມ ​ແລະ ຄາດ​ວ່າ​ເກັບ​ມາ​ໄດ້​ເລື​ອກ​ປະມານ 25.000 ຖົງ. ຈຳນວນ​ເລືອກ​ດັ່ງກ່າວ​ບໍ່​ພຽງ​ແຕ່​ປະກອບສ່ວນ​ຮັບປະກັນ​ຮັບ​ໃຊ້​ການ​ສຸກ​ເສີນ​ເທົ່າ​ນັ້ນ, ຫາກ​ຍັງ​ແກ້​ໄຂ​ສະພາບ​ການ​ຂາດ​ເລື​ອດປິ່ນປົວ​ໃນ​​ໂອກາດລະດູ​​ແລ້ງອີກ​ດ້ວຍ. ​

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະຫລຸບ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນ​ຂວາ​ຍປະຊາຊົນ​ສູນ​ກາງ ​ຖື​ວ່າ: ຂະ​ບວນການ​ແດງ​ໄດ້​ປຸກລຸກ​ນ້ຳ​ໃຈ​ເມດ​ຕາ​ຈິດ, ສ້າງ​ກຳລັງ​ແຜ່​ຂະຫຍາຍ, ​ແບ່ງປັນ​ໃນ​ວົງ​ຄະນະ​ຍາດ ​ແລະ ສິ່ງ​ສຳຄັນ​ແມ່ນ​ໄດ້​ນຳ​ມາ​ເຊິ່ງຄວາມ​ຫວັງ ​ແລະ ຊີ​ວິດ​ໃຫ້​ແກ່​ຄົນ​ເຈັບ​ນັບ​ລ້າ​ນຄົນ​ໃນ​ທົ່ວ​ປະ​ເທດ:

        “ຈາກບັນດາ​ການ​ແບ່ງປັນ​ນັ້ນຊີວິດ​ຈະ​ອົບ​ອູ່​ນກ່ວາ, ຈະ​ຫລຸດຜ່ອນ​ຄວາມ​ຫຍຸ້ງຍາ​ກ. ຂ້າພະ​ເຈົ້າ​ຢາກ​ຢ້ຳຄື​ນສານ​ຂອງ ສປຊ ​ໃນ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງທົ່ວ​ໂລກວ່າ: “ບໍ່​ປະ​ໃຫ້​ຜູ້​ໃດຖືກ​ປະປ່ອຍ​ຢູ່ທາງ​ຫຼັງ”. ບັນດາ​ການ​ກະທຳ​ອັນ​ສູງ​ສົ່ງ​ ​ແລະ ດີງາມນີ້​ຂອງ​ຜູ້​ອາສາ​ສະໝັກ, ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ອາສາ​ສະໝັກ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ສານ​ນັ້ນ​ປະກົດ​ຜົນ​ເປັນ​ຈິງ​ໃນການ​ດຳລົງ​ຊີວິ​ດຂອງ​ພວກ​ເຮົາ.”


ຂ່າວ/ບົດ​ອື່ນ