ສະຫລຸບໂຄງການຈຸດໝາຍກໍ່ສ້າງຊົນນະບົດໃຫມ່ຢູ່ພາກໃຕ້

ສະຫລຸບໂຄງການຈຸດໝາຍກໍ່ສ້າງຊົນນະບົດໃຫມ່ຢູ່ພາກໃຕ້ - ảnh 1
ຕາແສງ ຕູເຊີນ ນະຄອນ ຫາຍຟ່ອງ ຊຶ່ງແມ່ນຫນຶ່ງໃນບັນດາທອ້ງຖິ່ນ
ປະຕິບັດໂຄງການກໍ່ສ້າງຊົນນະບົດໃຫມ່
ພາບ: internet

(vovworld) - ກອງປະຊຸມສະຫລຸບ 2 ປີ ແຫ່ງການປະຕິບັດໂຄງການຈຸດໝາຍກໍ່ສ້າງ ຊົນນະບົດ​ໃຫມ່ ​ແລະ ວາງ​ຫນ້າ​ທີ່, ມາດ​ຕະການ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ 32 ​ແຂວງ, ນະຄອນ ຢູ່​ພາກ​ເຫນືອ ຈາກ​ນະຄອນ Da Nang ຮອດ​ແຂວງ Ca Mau ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 19/9 ຢູ່ ນະຄອນ Quy Nhon ​ແຂວງ Binh Dinh. ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​​ໃຫມ່, ພາຍຫລັງ​ປະຕິບັດ​ມາ​ເປັນ​ເວລາ 2 ປີ, 32/32 ​ແຂວງ, ​ນະຄອນ​ທາງ​ພາກ​​ໃຕ້​ໄດ້​ບູລະນະ​ກົງຈັກ​ການ​ນຳ​ແຂວງ, ​ເມືອງ ​ແລະ 70% ຂັ້ນ​ຕາ​ແສງ​ໄດ້​ສ້າງ​ຄະນະ​ຄຸ້ມ​ຄອງ​ໂຄງການ. ບັນດາ​ແຂວງ, ນະຄອນ​ຄື: Da Nang, Phu Yen, Gia Lai, Dac Nong, An Giang, Can Tho, Soc Trang ​ແລະ Kien Giang ​ໄດ້​ປະຕິບັດສຳ​ເລັດ​ວຽກ​ງານ​ອະນຸມັດ​​ແຜນ​ກຳນົດ​ແຕ່ 90% ຂື້ນ​ໄປ. ມາ​ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​ເງິນ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າ​ງຢູ່​ບັນດາ​ທ້ອງ​ຖິ່ນ​ບັນລຸ​ກວ່າ 10.000 ຕື້​ດົ່ງ. ທີ່​ກອງ​ປະຊຸມ, ທ່ານ Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຮອງ​ຫົວຫນ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃຫມ່ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊີ້​ນຳ​ສູນ​ກາງ ຈະ​ດຳ​​ເນີນ​ການ​ເພີ່ມ​ເຕີມ,​ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່ນາຍົກລັດຖະມົນຕີ ອະນຸມັດ​ກ່ຽວ​ກັບ​ການ​ປັບປຸງ​ມາດຕະຖານ​ຊົນນະບົດ​ໃຫມ່,​ ຂັ້ນ​ຕອນ​ລະບຽບການ​ພິຈາລະນາ​ຮັບຮອງ ​ແລະ ຮັບ​ຮອງ​ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃຫມ່, ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ເຂດ​ຊົນນະບົດ.

        “ສິ່ງ​ສຳຄັນ​ກວ່າ​ໝູ່​​ເພື່ອຮັບປະກັນ​ໄຊຊະນະ​ໃນ​ການ​ປະຕິ​ບັດ​ໂຄງການ ນັ້ນ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​​ຊີ້​ນຳນຳພາ​ຂອງ​ຄະນະ​ພັກ​ກ່ຽວກັບ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃຫມ່. ຢູ່​ແຫ່ງ​ໃດ​ມີ​ການ​ຊີ້​ນຳ​ນຳພາ​ຢ່າງ​ແທດ​ຈິງ ຢູ່ ​ແຫ່ງ​ນັ້ນ ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຈຶ່ງ​ມີ​ຄວາມ​ຄືບ​ຫນ້າ ​ແລະ ກິດຈະການ​ນີ້​ຈະໄດ້​ຮັບຜົນສຳ​ເລັດ​ເມື່ອ​ທັງ​ລະບົບ​ການ​ເມືອງ​ພ້ອມ​ກັນ​ປະຕິບັດ.


ຂ່າວ/ບົດ​ອື່ນ