ສະຫະ​ປະຊາ​ຊາດ ກະຕຸ​ກຊຸກຍູ້ການໜູນຊ່ວຍ​ໂດຍ​ດ່ວນ ສໍາລັບບັນດາ​ປະ​ເທດ ອາຟະ​ລິ​ກາ ທີ່​ມີ​ຊາວ​ລີ້​ໄພມາ​ຈາກ ສາທາລະນະ​ລັດ​ປະຊາທິປະ​ໄຕ Congo ​

(VOVWORLD) -ປະຊາຊົນຂອງປະເທດນີ້ສ່ວນຫຼາຍໄດ້ໄປລີ້ໄພຢູ່ Uganda, ປັດຈຸບັນ, Uganda ມີຊາວ ສາທາລະນະລັດ ປະຊາທິປະໄຕ Congo ມາລີ້ໄພຢູ່ 400.000 ຄົນ. 
ສະຫະ​ປະຊາ​ຊາດ ກະຕຸ​ກຊຸກຍູ້ການໜູນຊ່ວຍ​ໂດຍ​ດ່ວນ ສໍາລັບບັນດາ​ປະ​ເທດ ອາຟະ​ລິ​ກາ ທີ່​ມີ​ຊາວ​ລີ້​ໄພມາ​ຈາກ ສາທາລະນະ​ລັດ​ປະຊາທິປະ​ໄຕ Congo ​ - ảnh 1(ພາບປະກອບ: THX/TTXVN)

        ຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຊາວລີ້ໄພ ແລະ ບັນດາຄູ່ຮ່ວມມືຂອງອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງໃຫ້ການໜູນຊ່ວຍໂດຍດ່ວນ ສໍາລັບບັນດາປະເທດຢູ່ພາກໃຕ້ອາຟະລິກາ ແລະ ເຂດໜອງໃຫຍ່ຂອງອາຟະລິກາເປັນເງິນ ປະມານ 621 ລ້ານ USD, ຊ່ວຍບັນດາປະເທດ ເຊິ່ງປັດຈຸບັນພວມຕ້ອງແບກຫາບຮັບເອົາຊາວອົບພະຍົບ ແລະ ຊາວລີ້ໄພທີ່ມາຈາກ ສາທາລະນະລັດປະຊາທິປະໄຕ Congo ຫຼາຍກວ່າ 900.000 ຄົນ.

  ເຖິງວ່າ ໄດ້ມີການມອບຮັບສິດອໍານາດໂດຍສັນຕິວິທີ ພາຍຫຼັງການເລືອກຕັ້ງປະທານາທິບໍດີ ເມື່ອເດືອນທັນວາ 2018 ຢູ່ ສາທາລະນະລັດປະຊາທິປະໄຕ Congo ກໍຕາມ, ແຕ່ສະພາບການໃຊ້ຄວາມຮຸນແຮງ, ໂດຍສະເພາະແມ່ນຢູ່ທາງທິດຕາເວັນອອກຂອງປະເທດນີ້ ແມ່ນຍັງຄົງສືບຕໍ່ເຮັດໃຫ້ປະຊາຊົນຂອງປະເທດນີ້ ຕ້ອງປະລະເຮືອນຊານ ແລ້ວໄປຊອກຫາບ່ອນພັກອາໄສໃໝ່, ຊໍ້າບໍ່ໜໍາຕ້ອງໄດ້ອົບພະຍົບໄປຍັງປະເທດໃກ້ຄຽງ. ປະຊາຊົນຂອງປະເທດນີ້ສ່ວນຫຼາຍໄດ້ໄປລີ້ໄພຢູ່ Uganda, ປັດຈຸບັນ, Uganda ມີຊາວ ສາທາລະນະລັດ ປະຊາທິປະໄຕ Congo ມາລີ້ໄພຢູ່ 400.000 ຄົນ. ແລະ ຈໍານວນໜຶ່ງ ໄດ້ໄປລີ້ໄພຢູ່ບັນດາປະເທດຄື Burundi, Rwanda, Tanzania, Zambia, Angola ແລະ ສາທາລະນະລັດ Congo.


ຕອບກັບ

ຂ່າວ/ບົດ​ອື່ນ