ສະຫະປະຊາຊາດ ກະຕຸກຊຸກຍູ້ໃຫ້ຢຸດຕິການປະທະກັນຢູ່ ຊີຣີ

ສະຫະປະຊາຊາດ ກະຕຸກຊຸກຍູ້ໃຫ້ຢຸດຕິການປະທະກັນຢູ່ ຊີຣີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ທີ່ເວທີ​ປາ​ໄສ​ເສດຖະກິດ​ໂລກ Davos ທີ່​ພວມ​ຈັດ​ຂຶ້ນ​ຢູ່​ສະ​ວິດ   (ພາບ: AP)

Vovworld- ວັນ​ທີ 24/1, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ຮຽກຮ້ອງ​ໃຫ້ ຢຸດຕິ​ການ​ປະ​ທະ​ກັນທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 2 ປີ​ທີ່​ຜ່ານ​ມາ​ຢູ່ ຊີຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າ​ວຢູ່​ນອກ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Davos ທີ່​ພວມ​ຈັດ​ຂຶ້ນ​ຢູ່​ສະ​ວິດ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ທະຫານ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ຊີຣີ, ທ່ານກະຕຸກ​ຊຸກຍູ້​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງໃນ ທັນທີ, ພ້ອມທັງ ໃຫ້ຮູ້ວ່າ ປະຊາຄົມໂລກພວມຕັ້ງໜ້າປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ທາງດ້ານ ການເມືອງ ໃຫ້ແກ່ຊີຣີ.

   ເມື່ອເຕື້ອງເຖິງສະພາບການ ມາລີ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ໃຫ້ຮູ້ວ່າ ສະຫະ​ປະຊາ​ຊາດກຽມພ້ອມໃຫ້ການຊ່ວຍເຫຼືອ ທາງດ້ານພະລາທິການ​ໃຫ້​ແກ່​ຝະລັ່ງ​ໃນ​ບັ້ນ​ເຄື່ອນ​ໄຫວ​ແຊກ​ແຊງ​ທາງ​ທະຫານ​ຢູ່ ມາລີ, ທ່ານ​ເລຂາທິການ​ໃຫຍ່ Ban Ki Moon ຍັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຜັນ​ແປ​ຕ່າງໆ​ເມື່ອ​ມໍ່ໆ​ມາ​ນີ້​ຢູ່​ແຫຼມ​ເກົາຫຼີ, ພິ​ເສດ​ພາຍຫຼັງ​ທີ່ ສ.ປ.ປ.​ເກົາຫຼີ​ປະກາດ​ທົດ​ລອງ​ນິວ​ເຄຼຍ. ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ກະຕຸກ​ຊຸກຍູ້​ພຽງ​ຢາງ​ຈົ່ງ​ປະຕິບັດ​ຕາມ​ມະຕິ​ຕ່າງໆ​ທີ່​ກ່ຽວຂ້ອງຂອງ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ ນິວ​ເຄຼຍ​ໃນ ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ