ສະຫະປະຊາຊາດ ຄັດຄ້ານເລື່ອງ ອິດສະຣາແອນ ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດດິນແດນທີ່ຢືດຄອງຂອງປາແລດສະຕິນ

(VOVWORLD) -ໃນບົດລາຍງານສົ່ງເຖິງ UNHRC, ທ່ານ Turk ໃຫ້ຮູ້ວ່າ ເລື່ອງກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຜິດກົດໝາຍຂອງອິດສະຣາແອນ ຢູ່ ຝັ່ງຕາເວັນຕົກທີ່ຖືກຢຶດຄອງຂອງປາແລດສະຕິນ ພວມເພີ່ມຂຶ້ນຢ່າງວ່ອງໄວ 
ສະຫະປະຊາຊາດ ຄັດຄ້ານເລື່ອງ ອິດສະຣາແອນ ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດດິນແດນທີ່ຢືດຄອງຂອງປາແລດສະຕິນ - ảnh 1ກິດຈະກຳກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ Maale Adumim ຂອງ ອິດສະຣາແອນ  29/2/2024. ພາບ:AFP/TTXVN

ວັນທີ 8 ມິນາ, ທ່ານ Volker Turk ຂ້າຫລວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ (UNHRC) ໄດ້ຄັດຄ້ານຢ່າງແຮງຕໍ່ເລື່ອງ ອິດສະຣາແອນ ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດທີ່ຢຶດຄອງຂອງຊາວ ປາແລດສະຕິນ ແລະ ຖືວ່າ ການກະທຳນີ້ຈະສົ່ງຜົນສະທ້ອນເຖິງແງ່ຫວັງສ້າງຕັ້ງລັດປາແລດສະຕິນ.

ໃນບົດລາຍງານສົ່ງເຖິງ UNHRC, ທ່ານ Turk ໃຫ້ຮູ້ວ່າ ເລື່ອງກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຜິດກົດໝາຍຂອງອິດສະຣາແອນ ຢູ່ ຝັ່ງຕາເວັນຕົກທີ່ຖືກຢຶດຄອງຂອງປາແລດສະຕິນ ພວມເພີ່ມຂຶ້ນຢ່າງວ່ອງໄວ ພ້ອມກັບສະພາບຄວາມເຄັ່ງຕຶງຢູ່ເຂດ ກາຊາ ກໍ່ພວມເພີ່ມຂຶ້ນຢ່າງແຮງ. ທ່ານ ເນັ້ນຫນັກວ່າ: ແຜນການຂອງອິດສະຣາແອນກ່ຽວກັບການກໍ່ສ້າງເຮືອນຕື່ມອີກ 3.476 ຫລັງທີ່ບັນດາເຂດ Maale Adumim, Efrat và Kedar ຢູ່ ຝັ່ງຕາເວັນຕົກແມ່ນຜິດກັບກົດໝາຍສາກົນ. ເຖິງຢ່າງໃດກໍຕາມ, ໃນຊຸມທົດສະວັດຜ່ານມາ, ອິດສະຣາແອນ ໄດ້ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຫລາຍແຫ່ງຢູ່ຝັ່ງຕາເວັນຕົກ. ປະຈຸບັນ ມີຊາວອິດສະຣາແອນກວ່າ 490.000 ຄົນ ພວມດຳລົງຊີວີດຢູ່ເຂດນີ້ ຄຽງຄ້າງ ຊາວປາແລດສະຕິນປະມານ 3 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ