ສະຫະປະຊາຊາດ ຊຸກຍູ້ ອາບຟຣີກາ ມານະພະຍາຍາມເພື່ອຈຸດໝາຍສະຫັດສະຫວັດ

ສະຫະປະຊາຊາດ ຊຸກຍູ້ ອາບຟຣີກາ ມານະພະຍາຍາມເພື່ອຈຸດໝາຍສະຫັດສະຫວັດ - ảnh 1
ທ່າ​ນ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon
(ພາບປະກອບ)

(vovworld) - ວັນ​ທີ 2/6, ທ່າ​ນ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ຮຽກ​ຮ້ອງ​ບັນດາ​ປະ​ເທດ ອາບຟຣີກາ ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ກ່ວາ​ອີກເພື່ອ​ບັນລຸ​ໃຫ້​ໄດ້​ຈຸດ​ໝາຍສະຫັດ​ສະຫວັດ (MDGs) ​ໃນ​ປີ 2015. ທ່າ​ນ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ຊີ້​ແຈ້ງວ່າ: ​ເຖິງ​ວ່າ​ບັນດາ​ຈຸດໝາຍ​ໄດ້​ວາງ​ອອກ​ແລ້ວ​ແຕ່ຄຳ​ໝັ້ນສັນ​ຍາທັງໝົດ​ບໍ່​ມີ​ຄວາມ​ໝາຍ​ຖ້າ​ຫາກ​ວ່າປະຊາ​ຄົມ​ໂລກ ບໍ່​ຮັບ​ປະກັນ​ການ​ປະຕິບັດ​ຢ່າງ​ມີ​ຜົນ​ສັກ​ສິດ. ​ໂດຍ​ໄດ້​ຮັບ​ການສ້າງຕັ້ງ​​ເມື່ອ​​ເດືອນ 9/2000, MDGs ວາງ​ອອກ​ບັນດາ​ຈຸດໝາຍ​ພັດທະນາ​ໃຫ້​​ແກ່​ໂລກ, ລວມມີ​ເລື່ອງ​ຫລຸ​ດຜ່ອນ​ອັດຕາ​ຜູ້​ທຸກ​ຍາກ​ອຶດຫິວ​ລົງ​ເຫຼືອ​ພຽງ​ເຄິ່ງໜຶ່ງ, ຫລຸດ​ຜ່ອນອັດຕາ​ການ​ຕາຍ​ຂອງເດັກ​ ລົງ 2/3, ຕ້ານ​ພະຍາດ​ໄຂ້​ຍຸງ ​ແລະ ​ໄວຣັດ HIV/AIDS, ສຳ​ເລັດ​ການ​ສຶກສາຊັ້ນ​ປະຖົມ​ພາກ​ບັງຄັບໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ