ສະຫະປະຊາຊາດ ຊົມເຊີຍການນຳຝ່າຍຄ້ານ Mianma ເຂົ້າຮ່ວມການເລືອກຕັ້ງເພີ່ມເຕີມ

ສະຫະປະຊາຊາດ ຊົມເຊີຍການນຳຝ່າຍຄ້ານ Mianma ເຂົ້າຮ່ວມການເລືອກຕັ້ງເພີ່ມເຕີມ - ảnh 1
ທ່ານ Vijay Nambiar ໃນການຢ້ຽມຢາມ Mianma
(ພາບ: internet)

(vovworld) - ວັນ​ທີ 16/2, ທ່ານ Vijay Nambiar ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ Mianma ​ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ນາງ Aung San Suu Kyi, ຫົວໜ້າສະຫະພັນ​ແຫ່ງ​ຊາດ​​ເພື່ອ​ປະຊາທິປະ​ໄຕ (ຫຼື NLD) ຝ່າຍ​ຄ້ານ​ຂອງ​ປະ​ເທດນີ້. ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ, ທ່ານ Nambiar ຖື​ວ່າ: ບັນດາ​ການ​ຜັນ​ແປ​ທີ່​ຜ່ານ​ມາ​ຢູ່ Mianma ​ແມ່ນ​ດີ​ພໍ​ສົມຄວນ ​ແລະ ​ເລື່ອງ​ທ່ານ​ນາງ San Suu Kyi ​ເຂົ້າ​ຮ່ວມ​ການ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງໃນ​ການ​ເລືອກ​ຕັ້ງ​ເພີ່ມ​ເຕີມ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 4 ຈະ​ມາ​ເຖິງ, ຈະ​ປະກອບສ່ວນ​ເພີ່ມ​ທະວີ​ພື້ນຖານ​ປະຊາທິປະ​ໄຕ​ຢູ່​ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້.

ນີ້​ເປັນ​ຄັ້ງ​ທີ່ 4, ທີ່ທ່ານ Nambiar ​ໄປ​ຢ້ຽມຢາມ Mianma, ນັບ​ແຕ່​ເມື່ອ​ປະ​ເທດ​ນີ້​ດຳ​​ເນີນ​ການ​​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ປີ 2010, ພາຍຫຼັງ​ຫຼາຍ​ທົດ​ສະ​ວັດທີ່ວົງ​ການ​ທະຫານ​ບໍລິຫານ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ