ສະຫະປະຊາຊາດ ບັນລຸບາດກ້າວບຸກທະລຸທີ່ການເຈລະຈາ ໃນໄລຍະຂ້າມຜ່ານຢູ່ ລີບີ

(VOVWORLD) -ວັນທີ 16 ມັງກອນ , ສະຫະປະຊາຊາດ ໃຫ້ຮູ້ວ່າ ຄະນະກຳມະການໃຫ້ຄຳປຶກສາແກ່ບັນດາຜູ້ຕາງໜ້າຂົງເຂດທີ່ແຕກຕ່າງກັນຂອງ ລີບີ ໄດ້ນຳສະເໜີທິດກ້າວເດີນ ໃຫ້ແກ່ການເລືອກເຟັ້ນເອົາລັດຖະບານເຊື່ອມຕໍ່ທີ່ສາມາດນຳພາປະເທດ ເຊິ່ງເຄີຍຖືກສົງຄາມທຳລາຍນີ້ ເພື່ອມຸ່ງໄປສູ່ການເລືອກຕັ້ງໃນທ້າຍປີນີ້
ສະຫະປະຊາຊາດ ບັນລຸບາດກ້າວບຸກທະລຸທີ່ການເຈລະຈາ ໃນໄລຍະຂ້າມຜ່ານຢູ່ ລີບີ - ảnh 1ທ່ານນາງ ສະເຕຟານ ວີລີອາມ ຮັກສາການຜູ້ຕາງໜ້າພິເສດຂອງສະຫະປະຊາຊາດ ປະຈຳ ລີບີ (ພາບ: TTXVN)

ບັນດາການເຈລະຈາຢູ່ ເຊີແນວ ທີ່ຈັດຂຶ້ນ ໂດຍປິ່ນອ້ອມເວທີປາໄສ ສົນທະນາດ້ານການເມືອງ ລີບີ ໄດ້ຖືກດຳເນີນໃນສະພາບການສາກົນ ພວມຊຸກຍູ້ຢ່າງແຂງແຮງ ແນໃສ່ບັນລຸວິທີການແກ້ໄຂໂດຍສັນຕິໃຫ້ແກ່ສົງຄາມກາງເມືອງ ຢູ່ ລີບີ. ທ່ານນາງ ສະເຕຟານ ວີລີອາມ ຮັກສາການຜູ້ຕາງໜ້າພິເສດຂອງສະຫະປະຊາຊາດ ປະຈຳ ລີບີ ໃຫ້ຮູ້ວ່າ ບັນດາສະມາຊິກຂອງຄະນະກຳມະການ ໃຫ້ຄຳປຶກສາ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງເຂົາເຈົ້າ ດ້ວຍຈິດໃຈສ້າງສັນ, ມານະພະຍາຍາມຮ່ວມມື.

     ເວທີປາໄສ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງສະຫະປະຊາຊາດ ແນໃສ່ຢຸດຕິສະພາບການປັ່ນປ່ວນ ທີ່ໄດ້ມ້າງເພທຳລາຍປະເທດ ລີບີ ນີ້ ພາຍຫຼງັທີ່ປະທານາທິບໍດີ ລີບີກາດາຟີ ຖືກໂຄ່ນລົ້ມ ເມື່ອປີ 2011. ເວທີປາໄສໄດ້ບັນລຸຂໍ້ຕົນລົງສະບັບໜຶ່ງໃນປີກາຍນີ້ ເພື່ອດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ໃນວັນທີ 24 ທັນວາ ປີ 2021 ນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ