ສະຫະປະຊາຊາດ ປະກາດບົດລາຍງານກ່ຽວກັບອາວຸດເຄມີຢູ່ ຊີຣີ ໃນອາທິດໜ້າ

ສະຫະປະຊາຊາດ ປະກາດບົດລາຍງານກ່ຽວກັບອາວຸດເຄມີຢູ່ ຊີຣີ ໃນອາທິດໜ້າ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​Laurent Fabius
(ພາບ: telegraph.co.uk)


(vovworld) - ວັນ​ທີ 12 ກັນຍາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​Laurent Fabius ໃຫ້​ຮູ້​ວ່າ ບົດ​ລາຍ​ງານ​ຂອງ​ກຸ່ມ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ນຳ​ໃຊ້​ອາວຸດ​ເຄມີ ຢູ່​ຊີຣີ ອາດ​ຈະ​ໄດ້​ຮັບການ​ປະກາດ​ໃນ​ຕົ້ນ​ອາທິດ​ຈະ​ມາ​ເຖິງ. ຕາມ​ທ່ານ Fabius ​ແລ້ວ, ບົດ​ລາຍ​ງານ​ຈະ​ຢັ້ງຢືນ​ເຫດການ​ເຂັ່ນຂ້າດ້ວຍ​ອາວຸດເຄມີ​ຢູ່​ຊີຣີ, ກໍ່​ຄື​ຍົກ​ອອກ​ຂໍ້​ສະຫຼຸບ​ກ່ຽວ​ກັບ “ຝ່າຍ​ທີ່​ຕ້ອງ​ຮັບຜິດຊອບ​ຂອງ​ບັນດາ​ການ​ບຸກ​ໂຈມ​ຕີ​ນີ້”. ​ແຕ່​ວ່າ, ​ໃນ​ບົດ​ກ່າວ​ປາໄສ​ຂອງ​ຕົນ, ອີກ​ຄັ້ງ​ໜຶ່ງ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຝລັ່ງ ​ໄດ້​ກ່າວ​ຫາ​ກອງທັບ​ຊີຣີ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ໃນ​​ເຫ​ດການບຸກ​ໂຈມ​ມີ​ເມື່ອ​ວັນ​ທີ 21 ສິງຫາ ​ໄກ້​ກັບ​ນະຄອນຫຼວງ Damacus. ບັນຫາ​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ການ​ປະ​ທະ​ກັນ​ຢູ່​ຊີຣີ ພວມ​ກໍ່​ຄວາມ​ແບ່ງ​ແຍກ​​ອັນເລີກ​ເຊິ່ງ​ໃນ​ວົງ​ຄະນະ​ຍາດ​ສາກົນ, ​ລະຫວ່າງ​ຝ່າຍ​ອາ​ເມ​ລິ​ກາ​ ​ເປັນ​ຜູ້ນຳ​ໜ້າພວມ​ກ່າວຫາກອງທັບ​ຊີຣີ ນຳ​ໃຊ້​ອາວຸດ​ເຄມີ ກັບ​ຝ່າຍ 1 ​ໂດຍ​ລັດ​ເຊຍນຳ​ໜ້າ​ພວມກ່າວຫາ​ຝ່າຍ​ຄ້ານ​ເປັນ​ຕົວ​ການ. ຄວາມ​ບໍ່​ລົງ​ລອຍ​ກັນ​ຖືກ​ຫຼຸດ​ລົງ​ຢ່າງ​ແທດ​ຈິງ ພາຍຫຼັງລັດ​ເຊຍ ຍົກ​ອອກ​ຂໍ້​ສະ​ເໜີມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້ໃຫ້​ສາກົນ. ຂໍ້​ສະ​ເໜີ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ