ສະຫະປະຊາຊາດ ວິຕົກກັງວົນຕໍ່ສະພາບໃຊ້ຄວາມຮຸນແຮງ ຢູ່ ລີບີ

(VOVWORLD) -ການປະທະກັນຢູ່ນະຄອນຫຼວງ ລີບີ ລະຫວ່າງກໍາລັງທະຫານຈົ່ງຮັກພັກດີ ຕໍ່ ລັດຖະບານ ຢູ່ ນະຄອນ Tripoli ກັບບັນດາກໍາລັງຄວບຄຸມທາງຕາເວັນອອກ ລີບີ ໄດ້ເຮັດໃຫ້ 56 ຄົນເສຍຊີວິດ.

ວັນທີ 11 ເມສາ, ສະຫະປະຊາຊາດ ໃຫ້ຮູ້ວ່າ ການປະທະກັນຢູ່ນະຄອນຫຼວງ ລີບີ ລະຫວ່າງກໍາລັງທະຫານຈົ່ງຮັກພັກດີ ຕໍ່ ລັດຖະບານ ຢູ່ ນະຄອນ Tripoli ກັບບັນດາກໍາລັງຄວບຄຸມທາງຕາເວັນອອກ ລີບີ ໄດ້ເຮັດໃຫ້ 56 ຄົນເສຍຊີວິດ. ໃນຖະແຫຼງການສະບັບໜຶ່ງຂອງວັນດຽວກັນ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ໃນຈໍານວນຜູ້ຖືກເສຍຊີວິດນັ້ນ ມີທ່ານໝໍ 02 ຄົນ ແລະ ຄົນຂັບລົດສຸກເສີນ 01 ຄົນ. ປັດຈຸບັນ, ອົງການດັ່ງກ່າວ ບໍ່ທັນຢັ້ງຢືນໄດ້ເທື່ອວ່າ ໃນຈໍານວນຜູ້ເສຍຊີວິດນັ້ນ ມີມີສາມັນຊົນ ຫຼື ທະຫານ ຈັກຄົນ?

        ກໍາລັງອ້າງຊື່ເອງວ່າ ເປັນກອງທັບແຫ່ງຊາດ ລີບີ (LNA) ໂດຍນາຍພົນ Haftar ເປັນຜູ້ບັນຊາ ໄດ້ຢຶດປົກຄອງເຂດຊານເມືອງ ໃນຕອນເຊົ້າວັນທີ 11 ເມສາ, ເຊິ່ງຫ່າງຈາກໃຈກາງນະຄອນ Tripoli ໄປທາງທິດໃຕ້ ປະມານ 11 km. ການປະທະກັນຢູ່ລີບີ ລະຫວ່າງ ລັດຖະບານສາມັກຄີຊົນຊາດ ລີບີ (GNA) ໂດຍໄດ້ຮັບການຮັບຮອງຈາກສາກົນ ກັບ ກໍາລັງອ້າງຊື່ເອງວ່າ ແມ່ນກອງທັບແຫ່ງຊາດ ລີບີ (LNA) ໂດຍທ່ານນາຍພົນ Haftar ເປັນຜູ້ບັນຊານັ້ນ ຈະສືບຕໍ່ປີນຂັ້ນໄດ.


ຕອບກັບ

ຂ່າວ/ບົດ​ອື່ນ