ສະຫະປະຊາຊາດ ສະຫງວນເງິນກວ່າ 4 ລ້ານ USD ເພື່ອຊ່ວຍຮັບມືກັບໄພພິບັດທຳມະຊາດ ຢູ່ຫວຽດນາມ

(VOVWORLD) -ສະຫະປະຊາຊາດ ຫາກໍ່ຮັບຮອງບ້ວງເງິນໜູນຊ່ວຍເພີ່ມເຕີມ ກວ່າ 4,2 ລ້ານ ໂດລາສະຫະລັດ ຈາກກອງທຶນໜູນຊ່ວຍຮີບດ່ວນສູນກາງ (CERF) ເພື່ອກູ້ຊ່ວຍປະຊາຊົນ ຢູ່ 6 ແຂວງ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ Damrey ຢູ່ຫວຽດນາມ.
ສະຫະປະຊາຊາດ ສະຫງວນເງິນກວ່າ 4 ລ້ານ USD ເພື່ອຊ່ວຍຮັບມືກັບໄພພິບັດທຳມະຊາດ ຢູ່ຫວຽດນາມ - ảnh 1 (ພາບປະກອບ: TTXVN)

ກ່ອນໜ້ານັ້ນ, ບ້ວງເງິນອຸປະຖຳຮີບດ່ວນ 100.000 ໂດລາສະຫະລັດ ໄດ້ຖືກຈັດແບ່ງຈາກຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສະຫະປະຊາຊາດ (OCHA) ໃນວັນທີ 15 ພະຈິກ ເພື່ອໜູນຊ່ວຍບັນດຄວາມມານະພະຍາຍາມກູ້ຊ່ວຍຢ່າງຮີບດ່ວນ. ບ້ວງເງິນໜູນຊ່ວຍເພີ່ມເຕີມຈາກ CERF ໄດ້ນຳໃຊ້ເພື່ອເພີ່ມທະວີບັນດາການເຄື່ອນໄຫວກ່ຽວກັບການສະໜອງນ້ຳສະອາດ, ສຸຂະອະນາໄມ ແລະ ສິ່ງແວດລ້ອມ, ຄ້ຳປະກັນດ້ານສະບຽບອາຫານ ແລະ ວິທີຫາລ້ຽງຊີບ, ແລະ ບັນດາການເຄື່ອນໄຫວຟື້ນຟູສະຖານທີ່ທຳມາຫາກິນ ແລະ ພັກເຊົາຢ່າງຮີບດ່ວນໃຫ້ແກ່ປະຊາຊົນ.

        ສະຫະປະຊາຊາດ ປະຈຳຫວຽດນາມ ຄາດວ່າ ພາຍຫຼັງພາຍຸ Damrey, ຫວຽດນາມ ມີຄວາມຕ້ອງການປະມານ 60 ລ້ານ ໂດລາສະຫະລັດ ພາຍໃນ 12 ເດືອນຈະມາເຖິງ ເພື່ອສາມາດແກ້ໄຂບັນດາຄວາມຕ້ອງການໄລຍະສັ້ນ ແລະ ໄລຍະກາງ, ພ້ອມທັງ ເພີ່ມທະວີຄວາມສາມາດຟື້ນຟູຂອງບັນດາປະຊາຄົມທີ່ອາດຈະຖືກຜົນສະທ້ອນຈາກໄພທຳມະຊາດເກີດຂຶ້ນຄັ້ງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ