ສະຫະປະຊາຊາດ, ສະຫະພັນອາຣັບ ແລະ ອາເມລິກາຮຽກຮ້ອງຢຸດຍິງຢູ່ຊີຣີ

ສະຫະປະຊາຊາດ, ສະຫະພັນອາຣັບ ແລະ ອາເມລິກາຮຽກຮ້ອງຢຸດຍິງຢູ່ຊີຣີ - ảnh 1
ທູດ​ພິ​ເສດ Brahimi ຮຽກຮ້ອງ​​ໃຫ້​ມີ​ຄຳສັ່ງ​ຢຸດ​ຍິງຢູ່​ຊີຣີ ​
ໃນ​ງານ​ບຸ​ມ​ໃຫຍ່ Eid el Adha
(ພາບ: Reuters)


(vovworld) -     ບັນດາ​ອົງການ​ຫຼາຍ​ຝ່າຍ​ເຊິ່ງລວມມີ​ສະຫະ​ປະຊາ​ຊາດ, ສະຫະພັນ​ອາຣັບ (AL) ພ້ອມ​ກັບ​ອາ​ເມ​ລິ​ກາ ​ໄດ້ຮຽກຮ້ອງ​​ໃຫ້​ມີ​ຄຳສັ່ງ​ຢຸດ​ຍິງຢູ່​ຊີຣີ ​ໃນ​ງານ​ບຸ​ມ​ໃຫຍ່ Eid el Adha, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ສອງ​ງານ​ບຸ​ນສຳຄັນ​ທີ່​ສຸດ​ໃນ​ປີ​ຂອງ​ຊາວ​ມຸດ​ສະ​ລິ​ມ ​ເຊິ່ງຈະ​ດຳ​ເນີນໃນ​ລະຫວ່າງ​ວັນ​ທີ 26 – 28/10 ຈະ​ມາ​ເຖິງ. ທ່ານ​ເລຂາທິການ​​ໃຫຍ່ສະຫະ​ປະຊາ​ຊາດ Ban Ki Moon ​ແລະ ທ່ານ​ເລຂາທິການ​ໃຫຍ່ AL Nabil Al Arabi ​​ໄດ້ພ້ອມ​ກັນ​ຮຽກຮ້ອງ​​ໃຫ້ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່​ຊີຣີຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ​ທູ​ດພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ, AL Lakhdar Brahimi ​ແມ່ນ​ຢຸດ​ຍິງ​ໃນ​ງານ​ບຸນ Eid el Adha ​ແລະ ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ກ່ຽວຂ້ອງ​ສະໜັບສະໜູນຄຳ​ສັ່ງ​ມະນຸດສະທຳ​ນີ້, ດ້ວຍ​ຄວາມຫວັງ​​ຈະ​ສ້າງ​ບັນຍາກາດ​ທີ່​ສະດວກສະບາຍ​ເພື່ອ​ຜັນ​ຂະຫຍາຍ​ມາດ​ຕະການ​ການ​ເມືອງ​ໃຫ້ແກ່​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ, ​ເຊິ່ງ​ແກ່ຍາວກວ່າ 20 ​ເດືອນທີ່ຜ່ານ​ມາ​ຢູ່​ຊີຣີ. ​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜູນ​ຕໍ່​ຄຳ​ຮຽກຮ້ອງ​ດັ່ງ​ກ່າວ​ຂອງ​ສະ​ຫະປະຊາ​ຊາດ, AL ກໍ​ຄື​ຂອງ​ທູດ​ພິ​ເສດ Brahimi ກ່ຽວ​ກັບ​ການ​ຢຸດ​ຍິງ​ຈາກ​ທັງ​ສອງ​ຝ່າຍ​​ໃນ​ໂອກາດ​ງານ​ບຸ​ນ Eid el Adha.

ຂ່າວ/ບົດ​ອື່ນ