ສະຫະປະຊາຊາດ ຮັບຮອງເອົາໂຄງການດຳເນີນງານກ່ຽວກັນນ້ຳ

(VOVWORLD) - ບັນດາຄະນະເຂົ້າຮ່ວມກອງປະຊຸມໄດ້ເຫັນດີເຫັນພ້ອມຖືວ່າ: ແຫຼ່ງຊັບພະຍາກອນນ້ຳ ແມ່ນສ່ວນໜຶ່ງໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງແມ່ນໜຶ່ງໃນ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນສະພາບການໂລກ ພວມຕ້ອງຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ, ການຂາດແຄນນ້ຳ
 
ສະຫະປະຊາຊາດ ຮັບຮອງເອົາໂຄງການດຳເນີນງານກ່ຽວກັນນ້ຳ - ảnh 1ກອງປະຊຸມນ້ຳ ສປຊ 2023
(ພາບ:VOV)

ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 24 ມີນາ, ຢູ່ນະຄອນຫຼວງ ນິວຢອກ, ປະເທດ ອາເມລິກາ, ກອງປະຊຸມ ນ້ຳ ສປຊ ປີ 2023 ໄດ້ອັດລົງ ດ້ວຍການຮັບຮອງເອົາໂຄງການດຳເນີນງານກ່ຽວກັບນ້ຳ ແລະ ຫຼາຍຄຳໝັ້ນສັນຍາທີ່ມີຄວາມໝາຍອື່ນໆອີກ.

        ບັນດາຄະນະເຂົ້າຮ່ວມກອງປະຊຸມໄດ້ເຫັນດີເຫັນພ້ອມຖືວ່າ: ແຫຼ່ງຊັບພະຍາກອນນ້ຳ ແມ່ນສ່ວນໜຶ່ງໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງແມ່ນໜຶ່ງໃນ 17 ເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນສະພາບການໂລກ ພວມຕ້ອງຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ, ການຂາດແຄນນ້ຳ ແລະ ມົນລະພິດໃນປະຈຸບັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ນຳໜ້າເຂົ້າຮ່ວມບັນດາກອງປະຊຸມຄົບຄະນະ ແລະ ກອງປະຊຸມໂອ້ລົມສົນທະນາກ່ຽວກັບການຮ່ວມມືໃນຂົງເຂດນ້ຳ. ຫວຽດນາມ ມີຫຼາຍຂໍ້ລິເລີ່ມ, ຄຳເຫັນປຶກສາຫາລືແທດຈິງ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

        ກ່ຽວກັບເລື່ອງກອງປະຊຸມນ້ຳ ສປຊ 2023 ໄດ້ຮັບຮອງເອົາໂຄງການດຳເນີນງານກ່ຽວກັບນ້ຳ ແມ່ນໝາກຜົນທີ່ມີລັກສະນະບາດລ້ຽວ, ລວມມີເກືອບ 700 ຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກໃນການປົກປັກຮັກສາ “ແຫຼ່ງຊັບພະຍາກອນລວມອັນລ້ຳຄ່າທົ່ວໂລກຂອງມວນມະນຸດ”. ໂຄງການດຳເນີນງານນີ້ໄດ້ວາງອອກບັນດາຄຳໝັ້ນສັນຍາກະທຳມີຄວາມໝາຍສຳຄັນ, ຈາກການເລືອກເອົາສະບຽງອາຫານທີ່ດີກ່ວາ ຕະຫຼອດຮອດການຕີລາຄາຄືນແຫຼ່ງຊັບພະຍາກອນນ້ຳ ຄືດັ່ງກຳລັງໜູນເສດຖະກິດ ແລະ ແມ່ນສ່ວນໜຶ່ງຂອງມໍລະດົກວັດທະນະທຳຂອງໜ່ວຍໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ