ສະຫະປະຊາຊາດ ຮຽກຮ້ອງໂລກລົບລ້າງ ອາວຸດນິວເຄຼຍ

(VOVWORLD) - ໂລກ ພວມປະເຊີນຫນ້າກັບ ຄວາມສ່ຽງນິວເຄຼຍ ຢູ່ໃນ ລະດັບສູງສຸດໃນເກືອບ 4 ທົດສະວັດຜ່ານມາ.
ສະຫະປະຊາຊາດ ຮຽກຮ້ອງໂລກລົບລ້າງ ອາວຸດນິວເຄຼຍ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງ ຄວນລົບລ້າງອາວຸດນິວເຄຼຍ. (ພາບ:UN)

ເນື່ອງໃນໂອກາດວັນສາກົນລົບລ້າງອາວຸດນິວເຄຼິຍ, ວັນທີ 26 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຖະແຫລງ ຄວນລົບລ້າງອາວຸດນິວເຄຼຍ ໃນໂລກ ແລະ ເລີ່ມຕົ້ນສັງກາດໃຫມ່ ແຫ່ງການເຈລະຈາ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສັນຕິພາບ. ການນຳ ສປຊ ໄດ້ເນັ້ນຫນັກຢ່າງແຮງວ່າ ການແກ້ໄຂໄພນາບຂູ່ຂອງອາວຸດ ນິວເຄຼຍ ແມ່ນຫນ້າທີ່ຈຸດສຸມຂອງ ສປຊ ນັບແຕ່ເມື່ອສ້າງຕັ້ງໃນປີ 1946. ເຖິງວ່າ ຍອດຈຳນວນ ອາວຸດນິວເຄຼິຍ ໄດ້ຫລຸດລົງໃນຫລາຍທົດສະວັດ ແຕ່ປະຈຸບັນ ຢູ່ໃນໂລກຍັງຄົງມີອາວຸດນິວເຄຼຍ ປະມານ 14.000 ຫົວ. ໂລກ ພວມປະເຊີນຫນ້າກັບ ຄວາມສ່ຽງນິວເຄຼຍ ຢູ່ໃນ ລະດັບສູງສຸດໃນເກືອບ 4 ທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ