ສະ​ຫະປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້​ການ​ນຳ​ອຳ​ນາດ​ການ​ປົກ​ຄອງກອງ​ທັບ ມຽນ​ມາ​ ນຳ​ປະ​ເທດ​ກັບ​ຄືນ​ສູ່​ສະ​ພາບ​​ປົກ​ກະ​ຕິ ໂດຍ​ໄວ

(VOVWORLD) -ທ່ານ Thomas Andrews ນັກປະຖະກະຖາພິເສດກ່ຽວກັບສິດທິມະນຸດ ຂອງ ສປຊ ຢູ່ ມຽນມາ ໄດ້ຮຽກຮ້ອງໃຫ້ການນຳອຳນາດການປົກຄອງກອງທັບ ມຽນມາ, ຈອມພົນ Min Aung Hlaing, ນຳປະເທດນີ້ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.
ສະ​ຫະປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້​ການ​ນຳ​ອຳ​ນາດ​ການ​ປົກ​ຄອງກອງ​ທັບ ມຽນ​ມາ​ ນຳ​ປະ​ເທດ​ກັບ​ຄືນ​ສູ່​ສະ​ພາບ​​ປົກ​ກະ​ຕິ ໂດຍ​ໄວ - ảnh 1ມຽນມາ ວັນທີ 26 ກຸມພາ (ພາບ: TTXVN)

ວັນທີ 27 ເມສາ, ທ່ານ Thomas Andrews ນັກປະຖະກະຖາພິເສດກ່ຽວກັບສິດທິມະນຸດ ຂອງ ສປຊ ຢູ່ ມຽນມາ ໄດ້ຮຽກຮ້ອງໃຫ້ການນຳອຳນາດການປົກຄອງກອງທັບ ມຽນມາ, ຈອມພົນ Min Aung Hlaing, ນຳປະເທດນີ້ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ໃນຈົດໝາຍທີ່ສົ່ງເຖິງທ່ານ ຈອມພົນ Min Aung Hlaing, ທ່ານ Andrews ໄດ້ຢ້ຳຄືນວ່າ ໃນກອງປະຊຸມ ການນຳບັນດາປະເທດ ອາຊຽນ ທີ່ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ (ອິນໂດເນເຊຍ) ຜ່ານມາ, ທ່ານ ຈອມພົນ Min Aung Hlaing ໄດ້ເຫັນດີ ຢຸດຕິການໃຊ້ຄວາມຮຸນແຮງຢູ່ ມຽນມາ ໃນທັນທີ. ທ່ານ ຢັ້ງຢືນວ່າ ນີ້ແມ່ນບາດກ້າວຮີບດ່ວນທຳອິດ ມຸ່ງໄປເຖິງການຢຸດຕິວິກິດການທີ່ໄດ້ເຮັດໃຫ້ມີຫຼາຍຄົນເສຍຊີວິດຢູ່ ມຽນມາ.



ຕອບກັບ

ຂ່າວ/ບົດ​ອື່ນ