ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ການ​ລົງ​ໂທດ​ສຳ​ລັບຫຼາຍ​ປະ​ເທດ

(VOVWORLD) -ວັນທີ 24 ມີນາ, ທ່ານນາງ ຂ້າຫຼວງໃຫຍ່ສິດທິມະນຸດ ສະຫະປະຊາຊາດ Michelle Bachelet ໄດ້ຮຽກຮ້ອງໃຫ້ຕີລາຄາຄືນໃໝ່ໃນທັນທີສຳລັບບັນດາຄຳສັ່ງລົງໂທດບາງປະເທດ ທີ່ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ເປັນຕົ້ນແມ່ນ ອີຣານ, ຫຼີກລ້ຽງເລື່ອງພາໃຫ້ບັນດາລະບົບສາທາລະນະສຸກທີ່ຮັບຄົນເຈັບເກີນຂອບເຂດ ພັງທະລາຍລົງ.
ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້ຫຼຸດ​ຜ່ອນ​ການ​ລົງ​ໂທດ​ສຳ​ລັບຫຼາຍ​ປະ​ເທດ - ảnh 1 (ພາບປະກອບ: TTXVN)

ທ່ານນາງ Michelle Bachelet ເນັ້ນໜັກວ່າ ໃນຈຸດເວລານີ້, ຄວນຫຼຸດຜ່ອນບັນດາມາດຕະການລົງໂທດ ລົງ ຫຼື ຢຸດຕິ ເພາະວ່າມັນຈະເປັນຮົ້ວກີດຂວາງບັນດາຄວາມມານະພະຍາຍາມດ້ານສາທາລະນະສຸກຂອງປະເທດນັ້ນ ແລະ ອາດຈະເຮັດໃຫ້ເພີ່ມຄວາມສ່ຽງໃຫ້ທົ່ວໂລກ. ທ່ານນາງຢັ້ງຢືນວ່າ ເລື່ອງຍົກເວັ້ນຄຳສັ່ງລົງໂທດຍ້ອນເຫດຜົນມະນຸດສະທຳຄວນໄດ້ຜັນຂະຫຍາຍໃນຂອບຂະໜາດໃຫຍ່ ແລະ ດ້ວຍພຶດຕິກຳຕົວຈິງ.

ໂລກລະບາດພວມແຜ່ລາມໄປບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອີຣານ ຄື ອັບການິດສະຖານ ແລະ ປາກິດສະຖານ, ອັນໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ລະບົບສາທາລະນະສຸກຂອງສອງປະເທດດັ່ງກ່າວ. ຕາມທ່ານນາງແລ້ວ, ບັນດາຄຳສັ່ງລົງໂທດອາດຈະສົ່ງຜົນສະທ້ອນເຖິງບັນດາຄວາມມານະພະຍາຍາມດ້ານສາທາລະນະສຸກຢູ່ ກູບາ, ສປປ.ເກົາຫຼີ, ເວເນຊູເອລາ ແລະ ຊິມບັບເວ.


 

ຕອບກັບ

ຂ່າວ/ບົດ​ອື່ນ