ສະຫະປະຊາຊາດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂນບາຍການຕ່າງປະເທດຂອງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 23 ຕຸລາ, ຢູ່ສໍານັກງານລັດຖະບານ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ ແລະ ບັນດາຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງ ສປຊ ປະຈໍາຫວຽດນາມ ເນື່ອງໃນໂອກາດສະຫຼີມສະຫຼອງ ວັນສ້າງຕັ້ງ ສປຊ ຄືວັນທີ 24 ຕຸລາ.
ສະຫະປະຊາຊາດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂນບາຍການຕ່າງປະເທດຂອງຫວຽດນາມ - ảnh 1ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ (ພາບ: baochinhphu.vn)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ອວຍພອນວັນສ້າງຕັ້ງ ສປຊ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ສປຊ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນ. ເມື່ອແຈ້ງໃຫ້ຊາບກ່ຽວກັບບາງໝາກຜົນເສດຖະກິດ-ສັງຄົມ  ຄາດວ່າຈະບັນລຸໃນປີ 2019, ທ່ານຮອງນາຍົກລັດຖມະມົນຕີ ເຈືອງຮວ່າບິ່ງ ຢັ້ງຢືນວ່າ ຄວາມຕັດສິນໃຈຂອງລັດຖະບານໃນການກໍ່ສ້າງລັດຖະບານໃຫ້ມີຄວາມສ້າງສັນແມ່ນຖືກຕ້ອງ, ເຂັ້ມງວດ ແລະ ນໍາມາເຊິ່ງໝາກຜົນລະອຽດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງກໍສະເໜີໃຫ້ບັນດາອົງການຈັດຕັ້ງ ສປຊ ເປັນເຈົ້າການໃນການຄາດຄະເນ ແລະແຈ້ງໃຫ້ຊາບກ່ຽວກັບບັນດາທ່າອ່ຽງໃໝ່, ວິກິດການທີ່ອາດຈະເກີດຂຶ້ນຢູ່ພາກພື້ນ, ສາກົນ ແລະ ສົ່ງຜົນກະທົບຕໍ່ຫວຽດນາມ.

        ທ່ານ Kamal Malhotra ໃຫ້ຮູ້ວ່າ: ປີນີ້, ສປຊ ເລີ່ມດໍາເນີນບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ ແລະ ປາດຖະໜາຢາກພ້ອມກັບ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ ຄື ກອງປະຊຸມສາກົນກ່ຽວກັບແມ່ຍິງ ແລະ ສັນຕິພາບໃນປີ 2020; ທ່ານກໍໃຫ້ຮູ້ຕື່ມອີກວ່າ  ສປຊ ຈະສືບຕໍ່ໃຫ້ການໜູນຊ່ວຍ ຢ່າງແຮງ ແລະ ຄຽງບາຄຽງໄຫຼ່ກັບ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ. ພິເສດແມ່ນ ຈະໜູນຊ່ວຍຫວຽດນາມກ່ຽວກັບບັນດານະໂຍບາຍພັດທະນາ ຄືສະມັດຕະພາບແຮງງານ, ກໍາລັງຄວາມສາມາດໃນການແກ້ງແຍ້ງຂອງພື້ນຖານເສດຖະກິດ ເພື່ອຫຼຸດພົ້ນອອກຈາກປະເທດທຸກຍາກຈັດເຂົ້າກຸ່ມບັນດາປະເທດມີລາຍຮັບປານກາງ... 

ຕອບກັບ

ຂ່າວ/ບົດ​ອື່ນ