ສະຫະປະຊາຊາດ ແລະ ລີບີ ປຶກສາຫາລືວິທີຈັດບັນດາການເລືອກຕັ້ງກ່ອນກຳນົດເວລາ

(VOVWORLD) -ກອງປະຊຸມສຳມະນາໄດ້ສຸມໃສ່ເລື່ອງຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປເຖິງການເລືອກຕັ້ງ ແລະ ບໍ່ສາມາດໂຈະເວລາຕື່ມອີກ.
ສະຫະປະຊາຊາດ ແລະ ລີບີ ປຶກສາຫາລືວິທີຈັດບັນດາການເລືອກຕັ້ງກ່ອນກຳນົດເວລາ - ảnh 1ທ່ານ Abdoylaye Bathily, ທູດພິເສດຂອງສະຫະປະຊາຊາດປະຈຳ ລີບີ
(ພາບ: AFP/TTXVN)

        ວັນທີ 05 ເມສາ, ທ່ານ Abdoylaye Bathily, ທູດພິເສດຂອງສະຫະປະຊາຊາດປະຈຳ ລີບີ ໃຫ້ຮູ້ວ່າ, ທ່ານໄດ້ປຶກສາຫາລືກັບທ່ານປະທານສະພາຕ່ຳຂອງລັດຖະບານເອກະພາບແຫ່ງຊາດ ລີບີ (GNU) ເຊິ່ງສະຫະປະຊາຊາດຮັບຮອງເອົາ, ທ່ານປະທານສະພາຕ່ຳ Aguila Saleh ແລະ ນາຍພົນ Khalifa Haftar, ຜູ້ບັນຊາການກອງທັບແຫ່ງຊາດ ຂອງອຳນາດການປົກຄອງທາງທິດຕາເວັນອອກ, ກ່ຽວກັບວິທີຈັດຕັ້ງບັນດາການເລືອກຕັ້ງແຫ່ງຊາດໃນໄລຍະໄວທີ່ສຸດເທົ່າທີ່ໄດ້.

        ກອງປະຊຸມສຳມະນາໄດ້ສຸມໃສ່ເລື່ອງຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປເຖິງການເລືອກຕັ້ງ ແລະ ບໍ່ສາມາດໂຈະເວລາຕື່ມອີກ. ບັນດາຝ່າຍໄດ້ເຫັນດີກັບຄວາມມານະພະຍາຍາມເພື່ອຊຸກຍູ້ຄວາມຫວັງ ແລະ ການໄກເກ່ຍລະຫວ່າງປະຊາຊົນ ລີບີ, ໃນນັ້ນ, ມີບັນດາການນຳຂອງຄະນະກຳມະການທະຫານຮ່ວມ (5+5 JMC), ຜູ້ບັນຊາການບັນດາກົມກອງທະຫານ ແລະ ຄວາມໝັ້ນຄົງຢູ່ທົ່ວ ລີບີ, ເພື່ອແນໃສ່ບັນລຸສັນຕິພາບ ແລະ ສະຖຽນລະພາບ. ທ່ານປະທານສະພາຕ່ຳ Aguila Saleh ແລະ ນາຍພົນ Khalifa Haftar ໄດ້ເນັ້ນໜັກເລື່ອງຟື້ນຟູຄວາມຫວັງມຸ່ງໄປເຖິງສັນຕິພາບຢ່າງຍາວນານ, ຜ່ານການເລືອກຕັ້ງ ແລະ ການໄກ່ເກ່ຍປອງດອງຊາດຢ່າງຮອບດ້ານ.

        ລີບີ ຖືກຕົກເຂົ້າສູ່ສະພາບວິກິດການດ້ານການເມືອງ ແລະ ຄວາມໝັ້ນຄົງທີ່ແກ່ຍາວກວ່າ 1 ທົດສະວັດຜ່ານມາ, ພາຍຫຼັງການຜັນຜວນດ້ານການເມືອງປີ 2021. ລີບີ ບໍ່ສາມາດຈັດການເລືອກຕັ້ງທົ່ວປະເທດຄືໃນແຜນການໄດ້ກຳນົດແມ່ນເດືອນ ທັນວາ 2021 ໄດ້ ຍ້ອນບັນດາພັກຝ່າຍບໍ່ສາມາດເປັນເອກະພາບກັບກົດໝາຍວ່າດ້ວຍການເລືອກຕັ້ງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ