ສະຫະປະຊາຊາດ ແລະ ອາເມລິກາ ຮຽກຮ້ອງຢຸດຕິການປິດລ້ອມນ້ຳມັນຢູ່ ລີບີ

(VOVWORLD) -ການເຄື່ອນໄຫວຜະລິດນ້ຳມັນຖືກຢຸດຕິຢູ່ບັນດາບໍ່ Al- Sharara ແລະ Al-Fil ທີ່ກວ້າງໃຫຍ່, ພາຍຫຼັງບັນດາມືປືນຕັດທໍ່ສົ່ງນ້ຳມັນຂອງກຸ່ມບໍລິສັດ.
ສະຫະປະຊາຊາດ ແລະ ອາເມລິກາ ຮຽກຮ້ອງຢຸດຕິການປິດລ້ອມນ້ຳມັນຢູ່ ລີບີ - ảnh 1ການເຄື່ອນໄຫວຜະລິດນ້ຳມັນຖືກຢຸດຕິຢູ່ບັນດາບໍ່ Al- Sharara ແລະ Al-Fil
(ພາບ: AFP/TTXVN)

ວັນທີ 07 ມີນາ, ສະຫະປະຊາຊາດ ແລະ ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ລີບີ ໄດ້ຮຽກຮ້ອງໃຫ້ກຸ່ມປະກອບອາວຸດຍົກເລີກຄຳສັ່ງປິດລ້ອມຢູ່ 2 ບໍ່ນ້ຳມັນໃຫຍ່, ໃນສະພາບວິກິດການດ້ານການເມືອງທີ່ພວມເພີ່ມຂຶ້ນຢູ່ປະເທດ ອາຟະລິກາເໜືອນີ້. ກ່ອນໜ້ານັ້ນ, ວັນທີ 06 ມີນາ, ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ລີບີ (NOC) ໃຫ້ຮູ້ວ່າ ການເຄື່ອນໄຫວຜະລິດນ້ຳມັນຖືກຢຸດຕິຢູ່ບັນດາບໍ່ Al- Sharara ແລະ Al-Fil ທີ່ກວ້າງໃຫຍ່, ພາຍຫຼັງບັນດາມືປືນຕັດທໍ່ສົ່ງນ້ຳມັນຂອງກຸ່ມບໍລິສັດ. ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່ຽວກັບ ລີບີ ທ່ານນາງ Stephanie Williams ໃຫ້ຮູ້ວ່າ ທ່ານນາງພວມເອົາໃຈໃສ່ຕິດຕາມບັນດາບົດລາຍງານກ່ຽວກັບເຫດການ ແລະ ເລື່ອງສະກັດກັ້ນການຜະລິດນ້ຳມັນຈະເຮັດໃຫ້ລາຍຮັບຕົ້ນຕໍຂອງປະຊາຊົນ ລີບີ ຖືກຂາດໄປ ແລະ ເລື່ອງປິດລ້ອມນ້ຳມັນຄວນໄດ້ຮັບການຍົກເລີກ. ສ່ວນທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລີບີ Richard Norland ກໍ່ຮຽກຮ້ອງຍົກເລີກຄຳສັ່ງປິດລ້ອມໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ