ສະຫະປະຊາຊາດ ແລະ ອາເມລິກາສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງໃນເຂດກາຊາ

ສະຫະປະຊາຊາດ ແລະ ອາເມລິກາສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງໃນເຂດກາຊາ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban ki moon ​

(vovworld)- ວັນ​ທີ 8/8, ສະຫະ​ປະຊາ​ຊາດ ​ແລະ ອາ​ເມ​ລິ​ກາສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ເຂດ​ກາຊາ​ພາຍຫຼັງ​ທີ່​ບັນດາ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ຢູ່​ກາຍ​ໂຣປະ​ເທດ​ອີ​ຢິບ ​ແນ​ໃສ່​ຄຳ​ສັ່ງ​ຢຸດ​ຍິງ 72 ຊົ່ວ​ໂມງ​ທີ່​ບໍ່​ບັນລຸ​ໝາກຜົນ. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban ki moon ​ໄດ້​ກ່າວ​ປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ການ​ຍິງລູກ​ຈະ​ຫຼວດ​ເຂົ້າ​ອິດສະຣາ​ແອນ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຟື້ນ​ຟູ​ຄຳ​ສັ່ງ​ຢຸດ​ຍິງຢູ່​ເຂດ​ກາຊາ​ຄືນ​ໃໝ່. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban ki moon ສະ​ແດງ​ຄວາມ​ເສຍ​ຫວັງ​ຕໍ່ໜ້າ​ເລື່ອງ​ບັນດາ​ຝ່າຍ​ບໍ່​ສາມາດ​ແກ່ຍາວ ຄຳ​ສັ່ງ​ຢຸດ​ຍິງ​ໄດ້, ພ້ອມ​ທັງ​ຢືນຢັນ​ວ່າ ບັນດາ​ຝ່າຍ​ຄວນ​ສືບ​ຕໍ່​ເຈລະຈາ​ຢູ່ ກາຍ​ໂຣປະ​ເທດ​ອີ​ຢິບ. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ Ban ki moon ຍັງ​ຮຽກຮ້ອງ​ໃຫ້​ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນ ບໍ່​ຄວນ​ມີ​ບັນດາ​ການ​ກະທຳ​ທາງ​ທະຫານ ທີ່​ເຮັດ​ໃຫ້​ສະພາບ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຢູ່​ເຂດ​ກາຊາ​ເພີ່ມ​ຄວາມ​ເຄັ່ງ​ຕຶງ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກທຳນຽບຂາວ Josh Earnets ຊີ້​ແຈ້ງວ່າ ທຳນຽບຂາວ​ກ່າວ​ປະນາມ​ການ​ກະທຳ ການ​ຍິງລູກ​ຈະ​ຫຼວດຄັ້ງ​ໃໝ່​ຂອງ ຮາ​ມາດ, ພ້ອມ​ທັງ​ຊຸກຍູ້ ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນ ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່ ​ແລະ ມານະ​ພະຍາ​ມຢ່າງ​ສຸດ​ຂີດ​ເພື່ອ​ປ້ອງ​ກັນ​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ