ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນ ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ກໍ່​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່ ຊູ​ດັງ​ໃຕ້

(VOVWORLD) - ຊາວ ຊູດັງໃຕ້ ນັບລ້ານໆຄົນ ດຳລົງຊີວິດຢູ່ໃນລະດັບອິດຫິວທຸກຍາກທີ່ສຸດ ແລະ ການສູ້ຮົບຢູ່ ຊູດັງ ພວມກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງຕໍ່ພື້ນຖານເສດຖະກິດຂອງ ຊູດັງໃຕ້.
ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນ ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ກໍ່​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່ ຊູ​ດັງ​ໃຕ້ - ảnh 1ພາບປະກອບ: Reuters

ວັນທີ 15 ກໍລະກົດ, ຂ້າຫລວງໃຫຍ່ ສະຫະປະຊາຊາດກ່ຽວກັບຜູ້ລີ້ໄພ (UNHCR) ໄດ້ຍົກອອກຄຳເຕືອນໃນການສຳຫລວດເບື້ອງຕົ້ນວ່າ ການປະທະກັນ ທີ່ພວມເກີດຂຶ້ນຢູ່ ຊູດັງ ຍິ່ງເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນ. ທ່ານນາງ Marie-Helene Verney ຕາງຫນ້າໃຫ້ UNHCR ຢູ່ ຊູດັງໃຕ້ ໃຫ້ຮູ້ວ່າ: ຊາວ ຊູດັງໃຕ້ ນັບລ້ານໆຄົນ ດຳລົງຊີວິດຢູ່ໃນລະດັບອິດຫິວທຸກຍາກທີ່ສຸດ ແລະ ການສູ້ຮົບຢູ່ ຊູດັງ ພວມກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງຕໍ່ພື້ນຖານເສດຖະກິດຂອງ ຊູດັງໃຕ້.

ຕາມ UNHCR ແລ້ວ, ຊູດັງໃຕ້ ມີຊາວລີ້ໄພກວ່າ 460.000 ຄົນ, ສ່ວນຫລາຍແມ່ນມາຈາກ ຊູດັງ, ສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ໄອທີໂອເປຍ. ບົດລາຍງານໃຫ້ເຫັນວ່າ ສະພາບຂາດສະບຽງອາຫານ ຍັງແມ່ນບັນຫາຮີບດ່ວນທີ່ສຸດ ດ້ວຍ ປະມານ 74% ຄອບຄົວຊາວລີ້ໄພ ແລະ ປະຊາຊົນທ້ອງຖິ່ນໃຫ້ຮູ້ວ່າ ເຂົາເຈົ້າຖືກອຶດຫິວໃນເດືອນກ່ອນ. ທ່ານນາງ Verney ໃຫ້ຮູ້ວ່າ: ໂລກຄວນລົງທຶນໃຫ້ແກ່ພົນລະເມືອງຫນຸ່ມຢູ່ ຊູດັງໃຕ້ ແລະ ສະຫນອງ ບັນດາເຄື່ອງມື ແລະ ໂອກາດເພື່ອໃຫ້ເຂົາເຈົ້າສ້າງອະນາຄົດອັນດີງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ