ສະຫະປະຊາຊາດກ່າວເຕືອນກ່ຽວກັບຈຳນວນສາມັນຊົນເສຍຊີວິດແລະຮັບບາດເຈັບຍ້ອນສົງຄາມຢູ່ອີຣັກ

ສະຫະປະຊາຊາດກ່າວເຕືອນກ່ຽວກັບຈຳນວນສາມັນຊົນເສຍຊີວິດແລະຮັບບາດເຈັບຍ້ອນສົງຄາມຢູ່ອີຣັກ - ảnh 1
ພາບປະກອບ

(vovworld) – ມີ​ສາມັນ​ຊົນ ອີຣັກ ​ເກືອບ 19.000 ຄົນຖືກ​ເສຍ​ຊີວິດ ​ແລະ ກ່ວາ 3 ລ້ານ​ຄົນ​ຕ້ອງ​ປະລະ​ເຮືອນ​ຊານ​ບ້ານ​ຊ່ອງ​ໃນ​ຕະຫຼອດ 22 ​ເດືອນ​​ແຫ່ງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນຂັ້ນ​ໄດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຕົວ​ເລກ​ດັ່ງກ່າວ​​ໄດ້​ຍົກ​ອອກ​ໃນ​ບົດ​ລາຍ​ງານ​ຂອງສະຫະ​ປ​ະຊາ​ຊາດທີ່​ປະກາດ​​ໃນ​ວັນ​ທີ 19/1. ​ໃນ​ໄລຍະ​ເວລານັບ​​ແຕ່​ຕົ້ນ​ປີ 2014 ຮອດ​ທ້າຍ​​ເດືອນ 10/2015, ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ລັດ ອິດສະ​ລາມ (IS) ອ້າງ​ຊື່​ເອງ ກັບ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ ​ແລະ ທະຫານ​ລາດ​ສະໜັບ​ສະ​ໜູນ​ລັດຖະບານ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 18.802 ມີຄົນ​ເສຍ​ຊີວິດ. ນອກ​ນັ້ນ, ຍັງມີ​ຫຼາຍ​ຄົນ​ເສຍ​ຊີວິດ​ຍ້ອນ​ຂາດ​ແຄນ​ນຳ້, ສະບຽງ​ອາຫານ ​ແລະ ບໍ່​ໄດ້​ສຳ​ພັດ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ດ້ານສາທາ​ລະ​ນາ​ສຸກ​ຢ່າງ​ພຽງພໍ. ຄວາມ​ຈິງ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ອາດ​ຈະ​ສູງ​ກ່ວາ​ຕົວ​​ເລກ​ສະຖິຕິ. ສະຫະປະຊາ​ຊາດ ຖື​ບັນ​ດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​​ແຮງ​​ເປັນ​ລະບົບຂອງ IS ​ຄື​ກັນ​ກັບ​ບັນດາ​ໂທດ​ກຳ​ສົງ​ຄາມ, ບັນ​ດາ​ໂທດ​ກຳ​ຕ້ານ​ຄືນ​ມະນຸດ ​ແລະ ​ໂທດ​ດັບ​ສູນ​ເຊື້ອ​ຊາ​ດ. ປະ​ຈຸ​ບັນ, ມີ​ປະມານ 3.500 ຄົນ, ສ່ວນ​ຫຼາຍ​ແມ່ນ​​ແມ່ຍິງ ​ແລະ ​ເດັກນ້ອຍ, ​​ເປັນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ Yazidi ຢູ່ ອີຣັກ, ຍັງຄົງຖືກ IS ກັກ​ຕົວເປັນ​ຂ້ອຍຂ້າ.


ຂ່າວ/ບົດ​ອື່ນ