ສະຫະປະຊາຊາດກ່າວເຕືອນໄພພິບັດພາຍຫຼັງເກີດເຫດເຂື່ອນໄຟຟ້ານ້ຳຕົກແຕກຢູ່ ຢູແກຼນ

(VOVWORLD) - ຝ່າຍ ຢູແກຼນ ກ່າວຫາ ລັດເຊຍ ໄດ້ວາງລະເປີດໃສ່ເຂື່ອນໄຟຟ້ານ້ຳຕົກ, ໃນຂະນະທີ່ ມົດສະກູ ຖືວ່າ ກີແອັບ ດຳເນີນການຍິງປືນໃຫຍ່ແມ່ນສາຍເຫດທີ່ພາໄປເຖິງເຂື່ອນໄຟຟ້ານ້ຳຕົກນີ້ິ້ແຕກ.
ສະຫະປະຊາຊາດກ່າວເຕືອນໄພພິບັດພາຍຫຼັງເກີດເຫດເຂື່ອນໄຟຟ້ານ້ຳຕົກແຕກຢູ່ ຢູແກຼນ - ảnh 1ເຫດເຂື່ອນໄຟຟ້ານ້ຳຕົກ Kakhovka ແຕກ
(ພາບ: AFP/TTXVN)

        ວັນທີ 06 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ,  ອົງການນີ້ບໍ່ມີຂ່າວລະອຽດກ່ຽວກັບເຫດເຂື່ອນໄຟຟ້ານ້ຳຕົກ Kakhovka ແຕກໃນວັນດຽວກັນຢູ່ທາງພາກໃຕ້ ຢູແກຼນ, ແຕ່ພັນລະນາວ່າ ນີ້ແມ່ນ “ຜົນສະທ້ອນທີ່ຮ້າຍແຮງດ້ານອື່ນທີ່ຕາມມາ” ຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Guterres ເນັ້ນໜັກວ່າ, ນີ້ແມ່ນ “ໄພພິບັດມະນຸດສະທຳ, ເສດຖະກິດ ແລະ ຊີວະພາບຂອບຂະໜາດໃຫຍ່ຫຼວງ”. ຢ່າງໜ້ອຍສຸດມີ 16.000 ຄົນສູນເສຍເຮືອນຊານ, ແຫຼ່ງສະໜອງນ້ຳສະອາດ ແລະ ຂາດຄວາມປອດໄພ. ມີນັບໝື່ນຄົນອື່ນໆອີກທີ່ມີຄວາມສ່ຽງຖືກຮັບຜົນສະທ້ອນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮຽກຮ້ອງໃຫ້ຕ້ອງຢຸດຕິບັນດາການບຸກໂຈມຕີໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ສຳຄັນ.

        ໃນວັນດຽວກັນ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບເຫດບຸກໂຈມຕີເຂື່ອນໄຟຟ້ານ້ຳຕົກດັ່ງກ່າວ ຕາມຄຳຮຽກຮ້ອງຂອງທັງ ລັດເຊຍ ແລະ ຢູແກຼນ. ຝ່າຍ ຢູແກຼນ ກ່າວຫາ ລັດເຊຍ ໄດ້ວາງລະເປີດໃສ່ເຂື່ອນໄຟຟ້ານ້ຳຕົກ, ໃນຂະນະທີ່ ມົດສະກູ ຖືວ່າ ກີແອັບ ດຳເນີນການຍິງປືນໃຫຍ່ແມ່ນສາຍເຫດທີ່ພາໄປເຖິງເຂື່ອນໄຟຟ້ານ້ຳຕົກນີ້ິ້ແຕກ.

ຕອບກັບ

ຂ່າວ/ບົດ​ອື່ນ