ສະຫະປະຊາຊາດຈະປະກາດຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 72 ຊົ່ວໂມງຢູ່ Yemen ໂດຍໄວ

ສະຫະປະຊາຊາດຈະປະກາດຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 72 ຊົ່ວໂມງຢູ່ Yemen ໂດຍໄວ - ảnh 1
ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ Yemen
 Ould Shaikh Ahmad
(ພາບ: AFP)


(vovworld) - ​​ວັນ​ທີ 07/10, ພາຍ​ຫຼັງ​ການ​ພົບ​ປະກັບ​ຜູ້​ຕາງ​ໜ້າ​ກຳລັງ Houthi ຢູ່​ນະ​ຄອນ​ຫຼວງ Muscat ຂອງ Oman, ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ Yemen, ທ່ານ Ould Shaikh Ahmad ໃຫ້​ຮູ້​ວ່າ, ຈະ​ປະ​ກາດ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 72 ຊົ່ວ​ໂມງ ຢູ່ Yemen ​ໂດຍ​ໄວໃນ 2 – 3 ມື້​ຈະ​ມາ​ເຖິງ. ເມື່ອ​ເຕືຶ້ອງ​ເຖິງ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ Houthi, ທ່ານ Ahmad ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ການ​ພົບ​ປະ​ທີ່​ແກ່​ຍາວ​ແຕ່​ມີ​ຄວາມ​ຕັ້ງ​ໜ້າ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ແກ່​ຍາວ​ເປັນ​ເວ​ລາ 72 ຊົ່ວ​ໂມງ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ອາດ​ຈະ​ໄດ້​ຕໍ​່ກຳ​ນົ​ດ​ເວ​ລາ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ